ໂຮງໝໍກອງທັບ 103, ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ
ໜູນຊ່ວຍໂຮງໝໍກອງທັບ 103 ລາວ ດຳເນີນການຜ່າຕັດປ່ຽນໝາກໄຂ່ຫຼັງ 2 ກໍລະນີທໍາອິດປະສົບຜົນສໍາເລັດ
ກປ.ອອນໄລ - ວັນທີ 9 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ໂຮງໝໍກອງທັບ 103 ລາວ ໄດ້ຈັດຕັ້ງພິທີພົບປະກັບສື່ມວນຊົນເພື່ອແຈ້ງໃຫ້ຊາບກ່ຽວກັບການຜ່າຕັດປ່ຽນໝາກໄຂ່ຫຼັງສອງກໍລະນີທຳອິດຢູ່ລາວ ໂດຍໂຮງໝໍດັ່ງກ່າວປະຕິບັດສຳເລັດ, ພາຍໃຕ້ການຊ່ວຍເຫຼືອຂອງໂຮງໝໍກອງທັບ 103, ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ.
ຄົນເຈັບສອງຄົນທີ່ໄດ້ຜ່າຕັດປ່ຽນໝາກໄຂ່ຫຼັງແມ່ນທ້າວ V.Kham V.Xay ເກີດປີ 1963, ບ້ານເກີດຢູ່ວຽງຈັນ ແລະນາງ V.Di N.Phon ເກີດ ປີິ 1998, ດໍາລົງຊີວິດຢູ່ແຂວງຄໍາມ່ວນ. ພາຍຫຼັງດຳເນີນການສົມທົບກັນຢ່າງຮອບຄອບຖີ່ຖ້ວນ, ໃນເວລາ 8 ໂມງ ຂອງວັນທີ 31 ທັນວາ 2022, ບັນດາທ່ານໝໍໄດ້ດຳເນີນການຜ່າຕັດປ່ຽນໝາກໄຂ່ຫຼັງໃຫ້ຄົນເຈັບສອງຄົນ ແລະສຳເລັດໃນເວລາ 19 ໂມງຂອງວັນດຽວກັນ. ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນ, ຜູ້ຕາງໜ້າການນຳໂຮງໝໍກອງທັບ 103 ລາວ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສໍາເລັດການຜ່າຕັດປ່ຽນໝາກໄຂ່ຫຼັງໃຫ້ຄົນເຈັບສອງຄົນ; ໂດຍຢັ້ງຢືນວ່າ ນີ້ແມ່ນຂີດໝາຍປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ຂອງຂະແໜງສາທາລະນະສຸກລາວ, ພ້ອມທັງສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງກອງທັບເວົ້າສະເພາະ ແລະສອງປະເທດຫວຽດນາມ-ລາວ ເວົ້າລວມຢ່າງມີຊີວິດຊີວາ.
    |
 |
ບັນດາແພດໝໍດີໃຈພາຍຫຼັງສຳເລັດການຜ່າຕັດປ່ຽນໝາກໄຂ່ຫຼັງ. ພາບ: ແທັ່ງອານ. |
ໃນໄລຍະຈະມາເຖິງ, ໂຮງໝໍກອງທັບ 103 ລາວ ຈະສືບຕໍ່ປັບປຸງເອກະສານນິຕິກຳ ແລະລາຍງານໃຫ້ອົງການທີ່ມີສິດອຳນາດຂໍອະນຸຍາດສືບຕໍ່ດຳເນີນການຜ່າຕັດປ່ຽນໝາກໄຂ່ຫຼັງຈາກຜູ້ບໍລິຈາກຢູ່ໂຮງໝໍພາຍໃຕ້ການໜູນຊ່ວຍຂອງນັກຊ່ຽວຊານໂຮງໝໍກອງທັບ 103 (ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ); ສົ່ງພະນັກງານໄປຮຽນເຕັກນິກຜ່າຕັດປ່ຽນໝາກໄຂ່ຫຼັງ ແລະບັນດາຂະແໜງການທີ່ກ່ຽວຂ້ອງລົງເລິກຢູ່ໂຮງໝໍກອງທັບ 103 (ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ); ຮັບປະກັນພື້ນຖານໂຄງລ່າງດ້ານວັດຖຸ, ອຸປະກອນ, ການຢາ, ອຸປະກອນການແພດເພື່ອດຳເນີນການຜ່າຕັດປ່ຽນໝາກໄຂ່ຫຼັງເອງ.
ກໍ່ເນື່ອງໃນໂອກາດນີ້, ທາງໂຮງໝໍກອງທັບ 103 (ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ) ໄດ້ມອບຢາ, ອຸປະກອນການແພດໜູນຊ່ວຍການຜ່າຕັດປ່ຽນໝາກໄຂ່ຫຼັງ ແລະໂສ້ງ, ເສື້ອຄົນເຈັບ 1000 ຊຸດ ໃຫ້ແກ່ໂຮງໝໍກອງທັບ 103 ລາວ.
ໂດຍ: ແສງເດືອນ