ພ້ອມກັບຫຼາຍກິດຈະກຳຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ທັງສອງປະເທດ, ຄະນະໂຄສະນາສຶກສາສູນກາງໄດ້ຈັດຕັ້ງການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022. ການປະກວດໄດ້ປະກອບສ່ວນໂຄສະນາຢ່າງກວ້າງຂວາງ, ແຜ່ຂະຫຍາຍເຖິງປະຊາຊົນທຸກຊັ້ນວັນນະພາຍໃນປະເທດ ແລະປະຊາຄົມຊາວຫວຽດນາມ ອາໄສຕ່າງປະເທດ, ເພື່ອນມິດສາກົນກ່ຽວກັບຄວາມໝາຍປະຫວັດສາດ, ຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ.

ຂະບວນການດຳເນີນຊີວິດການເມືອງຢ່າງກວ້າງຂວາງ

ພາຍຫຼັງດຳເນີນການປະກວດເປັນເວລາ 12 ອາທິດ, ຄະນະຈັດຕັ້ງໃຫ້ຮູ້ວ່າ ມີຜູ້ເຂົ້າຮ່ວມ 681.000  ເທື່ອຄົນ, ໃນນັ້ນຜູ້ມີສັນຊາດລາວກວ່າ 2.000 ຄົນ. ບັນດາແຂວງ, ນະຄອນນໍາໜ້າກ່ຽວກັບຈຳນວນຜູ້ເຂົ້າຮ່ວມການປະກວດແມ່ນເງະອານ, ນະຄອນໂຮ່ຈີມິນ, ຮ່າຕິ້ງ, ຕ່ຽນຢາງ, ເກີ່ນເທີ, ຮ່ານາມ, ຫາຍຟ່ອງ, ດ່ານັ້ງ, ກວາງນິງ.

leftcenterrightdel
ລາຍການສະແດງສິລະປະພິເສດ “ສາຍໃຈຫວຽດ-ລາວ”, ສະຫຼຸບການປະກວດ “ຊອກຮູ້ປະຫວັດສາດການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022 ໂດຍຄະນະໂຄສະນາສຶກສາສູນກາງ ຈັດຕັ້ງ. ພາບ: Dangcongsan.vn

ສະຫຼຸບການປະກວດ, ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ແກ່ບັນດາບຸກຄົນທີ່ຍາດໄດ້ລາງວັນບັນດາອາທິດ, ລວມມີລາງວັນທີໜຶ່ງ 12 ລາງວັນ, ລາງວັນທີສອງ 24 ລາງວັນ, ລາງວັນທີສາມ 60 ລາງວັນ. ຄະນະໂຄສະນາສຶກສາສູນກາງ ໄດ້ມອບໃບຍ້ອງຍໍໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍທີ່ມີຜົນງານດີເດັ່ນໃນວຽກງານຈັດຕັ້ງ, ຜັນຂະຫຍາຍການປະກວດ. ການປະກວດໄດ້ກາຍເປັນຂະບວນການດຳເນີນຊີວິດການເມືອງທີ່ກວ້າງຂວາງ, ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ ແລະປະຊາຊົນທຸກຊັ້ນວັນນະຂອງສອງປະເທດຫວຽດນາມ - ລາວ ແລະເພື່ອນມິດສາກົນ, ສ້າງຂີດໝາຍກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງປະຊາຊົນສອງປະເທດ.

ຕາມສະຫາຍ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຈັດຕັ້ງການປະກວດ, ການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ໄດ້ຈັດຕັ້ງຕາມຮູບການປະລະໄນທາງອອນລາຍປະຈຳອາທິດໃນໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ແລະສື່ສັງຄົມອອນລາຍ VCNet ໃນໄລຍະ 12 ອາທິດ, ເລີ່ມແຕ່ວັນທີ 13 ມີຖຸນາ ຫາວັນທີ 5 ກັນຍາ 2022.

ເພື່ອຮັບປະກັນລັກສະນະນະໂຍບາຍ, ລັກສະນະລະບົບກໍ່ຄືຈຸດປະສົງຂອງລາຍການ, ຄະນະຈັດຕັ້ງການປະກວດໄດ້ກະກຽມຄຳຖາມ ແລະຄຳຕອບ 120 ຄຳ, ດ້ວຍຫຼາຍເນື້ອໃນອຸດົມສົມບູນຢ່າງລະອຽດ, ບັນດາຄຳຖາມສຸມໃສ່ບັນດາຫົວຂໍ້ຈຸດສຸມ, ຄື: ການພົວພັນແບບພິເສດຫວຽດນາມ-ລາວ ຜ່ານບັນດາໄລຍະປະຫວັດສາດ; ບັນດາການນຳຂອງພັກ, ລັດຫວຽດນາມ-ລາວ ຜ່ານໄລຍະຕ່າງໆ; ຜົນງານຮ່ວມມືໃນບັນດາຂົງເຂດ ເຊິ່ງສອງປະເທດບັນລຸໄດ້ໃນກິດຈະການສ້າງສາສັງຄົມນິຍົມ, ພັດທະນາປະເທດ ແລະໃນໄລຍະປະຈຸບັນ... ຄຽງຂ້າງກັນນັ້ນ, ການປະກວດ ກໍ່ແນະນຳຄວາມງາມທຳມະຊາດ, ປະເທດຊາວ, ຄົນ; ມູນເຊື້ອວັດທະນະທຳ, ປະຫວັດສາດ; ບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຂອງລາວ.

ເລື່ອງປະຊາຊົນສອງປະເທດຫວຽດນາມ-ລາວ ແລະເພື່ອນມິດສາກົນເຂົ້າຮ່ວມການປະກວດເປັນຈຳນວນຫຼວງຫຼາຍສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະນ້ຳໃຈເລິກເຊິ່ງຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ. ອາດຖືວ່າ ນີ້ແມ່ນຜົນສຳເລັດທັງແມ່ນການສົ່ງເສີມພິເສດຕໍ່ກັບຄະນະຈັດຕັ້ງການປະກວດ, ທັງພິສູດໃຫ້ເຫັນວ່າ ການພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ ເຖິງວ່າຜ່ານໄລຍະເວລາ ແລະການຜັນແປຄືແນວໃດກໍ່ຕາມ,  ຍາມໃດກໍ່ “ຍິ່ງໃຫຍ່, ພິເສດ”, ໃນຈິດໃຈຂອງປະຊາຊົນສອງປະເທດ ແລະນັບມື້ນັບແຜ່ຂະຫຍາຍໃນຄວາມຮັບຮູ້ຂອງເພື່ອນມິດສາກົນ.

ຄວາມຫວັງສືບຕໍ່ເພີ່ມພູນຄູນສ້າງການພົວພັນຫວຽດນາມ-ລາວ

ການປະກວດໄດ້ພິສູດໃຫ້ເຫັນນ້ຳໃຈຂອງປະຊາຊົນສອງປະເທດທີ່ສະຫງວນໃຫ້ປະເທດຂອງກັນ, ພິເສດແມ່ນຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບຂອງຄົນຮຸ່ນໜຸ່ມຕໍ່ປະຫວັດສາດ ແລະບັນດາບັນຫາໃຫຍ່ຂອງຊາດຕົນ ແລະກໍ່ສະແດງໃຫ້ເຫັນບັນດາຄວາມຫວັງຕໍ່ການສືບຕໍ່ເພີ່ມພູນຄູນສ້າງຂອງການພົວພັນຫວຽດນາມ-ລາວ ໃນອະນາຄົດ. ຜູ້ເຂົ້າຮ່ວມການປະກວດແຕ່ລະຄົນມີຄວາມຮູ້ສະເພາະ, ບັນດາເລື່ອງລາວສະເພາະ ແລະນ້ຳໃຈສະເພາະຕໍ່ກັບສອງປະເທດ.

leftcenterrightdel
ນັກສຶກສາຫວຽດນາມ ແລະລາວ ເຂົ້າຮ່ວມການປະກວດທາງອອນລາຍຢູ່ພິທີປຸກລະດົມການປະກວດທີ່ດຳເນີນໃນເດືອນມີຖຸນາ 2022 ຢູ່ສະຖາບັນການຕ່າງປະເທດ (ຮ່າໂນ້ຍ). ພາບ: Dangcongsan.vn

ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍ, ການແຜ່ຂະຫຍາຍຢ່າງຕັ້ງໜ້າຂອງການປະກວດ ແລະກິດຈະກຳຕ່າງໆ “ໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ສະຫາຍ ຫງວຽນຈ້ອງເຫງ້ຍ ສະເໜີບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ, ວິສາຫະກິດສອງປະເທດມີຄວາມຕັດສິນໃຈສູງ, ດ້ວຍການກະທຳລະອຽດ ແລະແທດຈິງ, ຮ່ວມແຮງຮ່ວມໃຈນຳການພົວພັນຫວຽດນາມ-ລາວ ຂຶ້ນລະດັບສູງໃໝ່, ຜ່ານນັ້ນ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງສອງພັກ, ສອງລັດ ໃນເວທີສາກົນ, ຕັ້ງໜ້າປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະໂລກ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ສະຫາຍ ຫງວຽນຈ້ອງເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຢືນຢັນວ່າ ການປະກວດໄດ້ປະກອບສ່ວນສຳຄັນເຂົ້າໃນການສຶກສາມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຢູ່ຫວຽດນາມ ແລະລາວ ກໍ່ຄືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະເພື່ອນມິດສາກົນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍປະຫວັດສາດ, ຄວາມສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ, ລາວ ໃນກິດຈະການຕໍ່ສູ້ປົດປ່ອຍຊາດ ກໍ່ຄືໃນກິດຈະການກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ໂດຍ: ແສງເດືອນ