ທີ່ການເຮັດວຽກ, ສະຫາຍ ເລເຈື່ອງລຶວ ແລະສະຫາຍ ໂພໄຊ ໄຊຍະສອນ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ກ່ຽວກັບເສດຖະກິດສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງພັກຂອງສອງແຂວງໃນໄລຍະຜ່ານມາ.

ຕາມນັ້ນແລ້ວ, ໃນໄລຍະຜ່ານມາ, ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງແຂວງເທື່ອທຽນເຫວ້ ແລະແຂວງສາລະວັນ ບັນລຸໄດ້ຜົນງານຫຼາຍຢ່າງໃນທຸກຂົງເຂດ, ຄື: ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊາຍແດນ, ດ່ານຊາຍແດນ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການແພດ...

leftcenterrightdel
ສະຫາຍ ເລເຈື່ອງລຶວ ເລຂາພັກແຂວງເທື່ອທຽນເຫວ້ ແລະສະຫາຍ ໂພໄຊ ໄຊຍະສອນ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື. ພາບ: ຫງວຽນຕ໊ວນ.

ໃນສອງປີຜ່ານມາ, ພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງການຜັນຂະຫຍາຍບັນດາລາຍການ, ແຜນການພົວພັນຕ່າງປະເທດຂອງແຕ່ລະຝ່າຍ. ໃນສະພາບການດັ່ງກ່າວ, ສອງຝ່າຍສືບຕໍ່ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມດ້ວຍຫຼາຍຮູບການທີ່ມີໄຫວພິບ, ຮັກສາການພົວພັນແບ່ງປັນ, ລະດົມກຳລັງໃຈ, ຊ່ວຍເຫຼືອກັນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໄພທຳມະຊາດ, ໂລກລະບາດຢ່າງທັນການ.

ພາຍຫຼັງແລກປ່ຽນ, ປຶກສາຫາລື, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະ 2022 - 2026. ໃນນັ້ນ, ຢັ້ງຢືນວ່າ ສອງຝ່າຍສືບຕໍ່ນຳການພົວພັນມິດຕະພາບ, ການຮ່ວມມືຂຶ້ນລະດັບສູງໃໝ່. ນັ້ນແມ່ນ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືຶອງ, ການພົວພັນຕ່າງປະເທດ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ, ດ່ານສາກົນ; ເສດຖະກິດ; ການສຶກສາ-ກໍ່ສ້າງ, ບຳລຸງສ້າງພະນັກງານ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການແພດ ແລະຂົງເຂດອື່ນໆ...

ໂດຍ: ສົມເພັດ