leftcenterrightdel
ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປ ຈີນ  ແລະທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈໍາ ສປ ຈີນ ທີ່ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ. ພາບ: nhandan.vn

ກ່າວຄໍາເຫັນທີ່ເຫດການ, ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປ ຈີນ ຢັ້ງຢືນວ່າ ການປັບປຸງ ແລະພັດທະນາການພົບພັນພິເສດ ກັບ ລາວ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງພັກ ແລະລັດຫວຽດນາມ, ໃນໄລຍະພັດທະນາໃໝ່, ນໍ້າໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຍິ່ງສໍາຄັນກວ່າເວລາໃດໝົດ.

leftcenterrightdel
ບັນຍາກາດທີ່ການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ຢູ່ ປັກກິ່ງ. ພາບ: nhandan.vn

ສ່ວນທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈໍາ ສປ ຈີນ ຢັ້ງຢືນວ່າ ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ຢູ່ ປັກກິ່ງ ໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ, ເຊິ່ງແມ່ນ 2 ເຫດການປະຫວັັດສາດ ເຊິ່ງພັກ, ລັດຖະບານ ແລະປະຊາຊົນສອງປະເທດ ກໍາລັງຂໍ່ານັບຮັບຕ້ອນ.

leftcenterrightdel
ລາຍການສະແດງສິລະປະຂອງສະຖານທູດ ຫວຽດນາມ. ພາບ: nhandan.vn
leftcenterrightdel
ລາຍການສະແດງສິລະປະຂອງສະຖານທູດ ລາວ. ພາບ: nhandan.vn

ທ່ານນາງ ຄໍາເພົາ ເອີນທະວັນ ເນັ້ນໜັກວ່າ ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງສະຖານທູດ ສອງປະເທດຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ນໍາການພົວພັນທີ່ເປັນມູນເຊື້ອແບບພິເສດ ລາວ-ຫວຽດນາມ ກ້າວຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ; ພ້ອມທັງສະແດງຄວາມປາດຖະໜາວ່າ ສະຖານທູດສອງປະເທດ ຍາມໃດກໍຮັກສາການພົວພັນຮ່ວມມືພົບປະແລກປ່ຽນທີ່ເປັນມູນເຊື້ອ ແລະເພີ່ມທະວີນໍ້າໃຈສາມັກຄີ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ແລະຄວາມເຂົ້າໃຈເຊິ່ງກັນແລະກັນ, ພ້ອມກັນປະກອບສ່ວນຊຸກຍູ້ພັດທະນາການພົວພັນພິເສດ ລາວ-ຫວຽດນາມ.

ໂດຍ: ໄຊຊະນະ