ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບໝາກຜົນການຮ່ວມມືລະຫວ່າງແມ່ຍິງສອງປະເທດໃນໄລຍະຜ່ານມາ ແລະການກຳນົດທິດໃນຕໍ່ໜ້າ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ຢືນຢັນວ່າ ສະຫະພັນແມ່ຍິງລາວ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນແມ່ຍິງຫວຽດນາມ; ເພີ່ມທະວີການເຄື່ອນໄຫວຮ່ວມມື, ມິດຕະພາບ, ປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ.

leftcenterrightdel
ການນຳນະຄອນດ່ານັ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງປະທານສະຫະພັນແມ່ຍິງລາວ ໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາ ແລະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ປະກອບສ່ວນນໍາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງດ່ານັ້ງ ກັບບັນດາແຂວງພາກໃຕ້-ພາກກາງຂອງລາວ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະແທດຈິງກວ່າອີກ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະແມ່ຍິງຂອງສອງປະເທດ.

ທີ່ການຕ້ອນຮັບ, ທ່ານເລຂາພັກນະຄອນດ່ານັ້ງ ຫງວຽນວັນກວ໋າງ ສະແດງຄວາມເຊື່ອໝັ້ນ ແລະປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງສອງປະເທດຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນບົດຮຽນ ແລະບຳລຸງສ້າງພະນັກງານ; ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະພາກພື້ນ, ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືລະຫວ່າງສອງຝ່າຍ; ສົມທົບກັນຈັດຕັ້ງກິດຈະກຳເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ” ໃຫ້ເປັນຢ່າງດີ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ເວົ້າລວມ, ລະຫວ່າງດ່ານັ້ງ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະໃຫ້ເລິກເຊິ່ງກວ່າອີກ.

ໂດຍ: ທະນາພອນ