ເຂົ້າຮ່ວມມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ; ທ່ານ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຜູ້ຕາງໜ້າບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ.

ທີ່ການໂອ້ລົມສົນທະນາ, ທ່ານ ມອນໄຊ ລາວມົວຊົງ ໄດ້ແບ່ງປັນກ່ຽວກັບການພົວພັນລະຫວ່າງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ແລະຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ມອນໄຊ ລາວມົວຊົງ ຢືນຢັນວ່າ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ ແລະຈະສືບຕໍ່ຄົ້ນຄວ້າ, ຮ່ຳຮຽນແນວຄິດຊີ້ນໍາຂອງປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ ເພື່ອໝູນໃຊ້ໃນວຽກງານ, ພິເສດແມ່ນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະລາວ.

ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສະເໜີເນື້ອໃນສຳຄັນນັ້ນແມ່ນແນວຄິດໂຮ່ຈີມິນ ກ່ຽວກັບການບໍາລຸງກໍ່ສ້າງໄວໜຸ່ມ ແລະການໝູນໃຊ້ຂອງພັກກອມມູນິດຫວຽດນາມ ໃນປະຈຸບັນ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ທ່ານເອງ ໄດ້ຄົ້ນຄວ້າ ແລະອ່ານເອກະສານຫຼາຍສະບັບກ່ຽວກັບແນວຄິດຂອງປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໃນການເບິ່ງແຍງດູແລ ບໍາລຸງກໍ່ສ້າງໄວໜຸ່ມລາວ ກໍ່ຄືບັນດາບັນຫາການເມືອງອື່ນໆ; ທ່ານຖືວ່າ ໄວໜຸ່ມ ຫວຽດນາມ-ລາວ ໄດ້ສືບທອດ ແລະເສີມຂະຫຍາຍມູນເຊື້ອສາຍພົວພັນແບບພິເສດລະຫວ່າງສອງປະເທດເປັນຢ່າງດີ ເມື່ອພ້ອມກັນສ້າງສາປະເທດຂອງຕົນ ກໍ່ຄືເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ.

ພາຍຫຼັງວາລະທຳອິດ, ບັນດາຜູ້ແທນໄດ້ເຂົ້າຮ່ວມການປຶກສາຫາລືກ່ຽວກັບຊີວິດ, ພາລະກິດ ແລະແນວຄິດປະທານໂຮ່ຈີມິນ. ທ້າຍວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ແບ່ງປັນແນວຄິດຈິດໃຈກັບບັນດາຜູ້ແທນກ່ຽວກັບເລື່ອງຈຳເປັນຕ້ອງຮັບຮູ້ບົດບາດ, ຄວາມຮັບຜິດຊອບຂອງຕົນຕໍ່ຄອບຄົວ, ສັງຄົມ ແລະປະເທດ.

ໂດຍ: ທະນາພອນ