ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນສອງປະເທດກ່ຽວກັັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະລາວ; ຈັດຕັ້ງການແລກປ່ຽນບົດຮຽນ, ກອງປະຊຸມສຳມະນາວິທະຍາສາດກ່ຽວກັບວຽກງານສາສະໜາດ້ວຍຫຼາຍຮູບການເໝາະສົມເພື່ອຊຸກຍູ້ວຽກງານສາສະໜາໃຫ້ບັນລຸປະສິດທິຜົນສູງກວ່າອີກ, ປະກອບສ່ວນປົກປັກຮັກສາເອກະລາດ ແລະສະຖຽນລະພາບຂອງສອງປະເທດ, ສະຖຽນລະພາບໃນພາກພື້ນ ແລະໂລກ.

leftcenterrightdel
ຫົວໜ້າຄະນະສາສະໜາລັດຖະບານຫວຽດນາມ ຫວູຮວ່າຍບັ໊ກ. ພາບ: vov.vn

ສອງຝ່າຍເຫັນດີເປັນເອກະພາບຮ່ວມມືກໍ່າສ້າງພະນັກງານເຮັດວຽກງານສາສະໜາ ຜ່ານການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ລາວ; ຊຸກຍູ້ການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດລະຫວ່າງບັນດາອົງການເຮັດວຽກງານສາສະໜາຂອງບັນດາແຂວງຕິດຈອດຊາຍແດນຂອງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: vov.vn

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງຄະນະສາສະໜາລັດຖະບານຫວຽດນາມ ແລະຄະນະກຳມະການສູນກາງແນວລາວສ້າງຊາດ ໄລຍະ 2022 - 2026.

ໂດຍ: ແສງເດືອນ