ສະຖານະການເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ

ກ່ອນນີ້ 60 ປີ, ໃນສະຖານະການການຕໍ່ຕ້ານອາເມລິກາ, ກູ້ຊາດຂອງ ປະຊາຊົນຫວຽດນາມ ແລະລາວ ກ້າວເຂົ້າສູ່ໄລຍະຫຍູ້ງຍາກ, ດຸເດືອດ, ແຕ່ດ້ວຍບັນດາການໄຊຊະນະສໍາຄັນທັງດ້ານການເມືອງ, ການທະຫານ, ການທູດຂອງການປະຕິວັດລາວ, ສັນຍາ Geneva ປີ 1962 ກ່ຽວກັບລາວໄດ້ຮັບການລົງນາມ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການປະຕິວັດສອງປະເທດລາວ ແລະຫວຽດນາມ. ດ້ວຍໂອກາດ ແລະເງື່ອນໄຂສະດວກນັ້ນ, ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 5 ກັນຍາ 1962.

ນີ້ແມ່ນເຫດການປະຫວັດສາດທີ່ສໍາຄັນຍິ່ງ, ແມ່ນຂີດໝາຍສໍາຄັນໃນການພົວພັນສອງປະເທດ, ຢັ້ງຢືນຊາຕາກຳສະໜິດຕິດພັນຂອງສອງຊາດໃນ ການຕໍ່ຕ້ານຍາດເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ພາຍຫຼັງສອງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນເມື່ອປີ 1975, ເພື່ອນໍາການພົວພັນຫວຽດນາມ-ລາວໃຫ້ພັດທະນາຢ່າງຮອບດ້ານ ແລະນັບມື້ນັບເຂົ້າສູ່ລວງເລິກ, ສອງປະເທດໄດ້ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືໃນວັນທີ 18 ກໍລະກົດ 1977.

ສົນທິສັນຍາໄດ້ຮັບການເຊັນກັນໂດຍອີງຕາມຖະແຫຼງການຮ່ວມວັນທີ 11 ກຸມພາ 1976, ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

leftcenterrightdel
ທ່ານ ຟ້າມວັນດົ່ງ  ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີລາວ ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື 2 ປະເທດຫວຽດນາມ-ລາວ, ໃນວັນທີ 18 ກໍລະກົດ 1977. ພາບ: ສໍານັກຂ່າວສານຫວຽດນາມ

ສົນທິສັນຍາມິດຕະພາບ ແລະການຮ່ວມມືເຊິ່ງສອງປະເທດລົງນາມນັ້ນ ເພື່ອແນໃສ່ເພີ່ມທະວີີຄວາມສາມັກຄີ, ການຮ່ວມມືຍາວນານ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ, ເພື່ອເອກະລາດ ແລະຄວາມຈະເລີ່ນຮຸ່ງເຮືອງຂອງແຕ່ລະປະເທດ, ປະກອບສ່ວນຮັກສາ ແລະປັບປຸງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ.

ໃນ 45 ປີຜ່ານມາ, ສົນທິສັນຍາໄດ້ກາຍເປັນສັບສົມບັດອັນລໍ້າຄ່າ ແລະມີຄວາມໝາຍສໍາຄັນຍິ່ງ, ແມ່ນພື້ນຖານດ້ານກົດໝາຍທີ່ໝັ້ນຄົງໃຫ້ແກ່ການການເພີ່ມທະວີ ແລະເປີດກວ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃນໄລຍະປ່ຽນແປງໃໝ່; ສ້າງພື້ນຖານເພື່ອໃຫ້ສອງຝ່າຍເຊັນບັນດາເອກະສານ ແລະຂໍ້ຕົກລົງຮ່ວມມືໃນປະຈຸບັນ.

ຄວາມໝາຍຂອງສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ

ການພົວພັນດ້ານການເມືອງຍາມໃດກໍ່ແມ່ນບົດບາດຫຼັກແຫຼ່ງ, ກໍານົດທິດໃນການພົວພັນຮ່ວມມື; ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງພັກ, ສອງລັດສືບຕໍ່ເສີມຂະຫຍາຍປະສິດທິຜົນ. ເດືອນ ກຸມພາ 2019, ໃນການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສອງປະເທດໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນ “ມິດຕະພາບທີ່ເປັນມູນເຊື້ອ” ໃຫ້ເປັນການພົວພັນ “ມິດຕະພາບອັນຍິ່ງໃຫຍ່”  ນີ້ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດສໍາຄັນ, ສ້າງການບຸກທະລຸໃນການພົວພັນຮ່ວມມືສອງປະເທດ.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍາມໃດກໍ່ແມ່ນເສົາຄໍ້າທີ່ສຳຄັນໃນການພົວພັນສອງປະເທດ, ເພື່ອແນໃສ່ຮັບປະກັນເອກະລາດ, ອະທິປະໄຕຂອງແຕ່ລະປະເທດ; ສືບຕໍ່ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ, ປະກອບສ່ວນຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ; ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມກ່ຽວກັບຊາຍແດນ, ສະກັດກັ້ນ ແລະແກ້ໄຂທຸກການກະທໍາລະເມີດຊາຍແດນ, ສົມທົບກັນຕໍ່ສູ້ຕ້ານອາດຊະຍາກໍາຂ້າມຊາຍແດນ, ຊຸກຍູ້ການເຊັນສັນຍາສະບັບຕ່າງໆໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

leftcenterrightdel
ວັນທີ 2-6-2022, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ພາບ: baochinhphu.vn

ກ່ຽວກັບຂົງເຂດການທູດ, ນີ້ແມ່ນຂົງເຂດສ້າງພື້ນຖານໃຫ້ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ແລະລາວ, ສ້າງປະຖົມປັດໄຈຍົກສູງທີ່ຕັ້ງ ແລະອິດທິຜົນຊື່ສຽງຂອງສອງປະເທດຢູ່ພາກພື້ນ ແລະໃນເວທີປາໄສສາກົນ, ການນໍາຂັ້ນສູງເກືອບທັງໝົດຂອງພັກ ແລະລັດສອງປະເທດລ້ວນແຕ່ມີການ ຢ້ຽມຢາມ ເຊິ່ງກັນ ແລະກັນ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້, ກາຍເປັນພື້ນຖານອັນຍາວນານໃນການພົວພັນສອງປະເທດ. ປະຈຸບັນ, ຫວຽດນາມ ຢືນອັນດັບທີສາມໃນບັນດາປະເທດ ແລະເຂດແຄວ້ນລົງທຶນເຂົ້າລາວ, ການເຕີບໂຕວົງເງິນການຄ້າສອງສົ້ນແມ່ນໝາກຜົນທີ່ຈະແຈ້ງທີ່ສຸດຂອງການໃຫ້ບູລິມະສິດໃນການຮ່ວມມືດ້ານເສດຖະກິດ, ການຄ້າ.

ກ່ຽວກັບວັດທະນະທໍາ, ຂໍ້ມູນຂ່າວສານ, ສິລະປະ, ກິລາ, ການແພດ ແລະພິເສດກ່ຽວກັບການສຶກສາ ແລະບໍາລຸງສ້າງ, ສອງປະເທດໄດ້ມີການຮ່ວມມືລະອຽດທີ່ສຸດ. ໃນແຕ່ລະປີ, ສອງຝ່າຍໄດ້ແລກປ່ຽນນັກຮຽນ, ນັກສຶກສາ, ນັກຄົ້ນຄວ້າ, ຄູອາຈານຫຼາຍຮ້ອຍຄົນນຳກັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງຊັບພະຍາກອນມະນຸດໃນພາລະກິດປ່ຽນແປງໃໝ່, ພັດທະນາ.

ສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ

ຫວຽດນາມ-ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ສິດ, ປະຊາຊົນສອງປະເທດມີການພົວພັນທີ່ເປັນມູນເຊື້ອ, ສັດສື່ບໍລິສຸດ, ສະໜິດຕິດແໜ້ນມາແຕ່ດົນນານແລ້ວ. ເມື່ອຍັງມີຊີວິດປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ແມ່ນຜູ້ສ້າງພື້ນຖານໃຫ້ແກ່ການພົວພັນສອງປະເທດ, ເຊິ່ງການນໍາ, ນັກຮົບປະຕິວັດ, ປະຊາຊົນສອງປະເທດຫຼາຍລຸ້ນຄົນໄດ້ເພີ່ມພູນຄູນສ້າງພາຍໃຕ້ການຊີ້ນໍານຳພາຂອງສອງພັກ, ສອງລັດນັ້ນໄດ້ກາຍເປັນສັບສົມບັດອັນລໍ້າຄ່າຂອງສອງປະເທດ.

ປີ 2022 ເປັນຂີດໝາຍ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ. ໃນປີສະເຫຼີມສະຫຼອງສໍາຄັນຍິ່ງນີ້, ສອງຝ່າຍໄດ້ ແລະກໍາລັງສົມທົບກັນຈັດຕັ້ງການເຄື່ອນໄຫວຕ່າງໆທີ່ມີຄວາມໝາຍ, ແທດຈິງ; ສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງໃນທຸກຊ່ອງເປັນປະຈໍາ; ສົມທົບກັນຜັນຂະຫາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ຢູ່ທີ່ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ຄັ້ງທີ 44, ໂດຍສະເພາະແມ່ນສັນຍາກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ໄລຍະ 2021-2025 ແລະຂໍ້ຕົກລົງຍຸດທະສາດການຮ່ວມມືຫວຽດນາມ-ລາວ ໄລຍະ 2021-2030 ຢ່າງເຂັມງວດ ແລະມີປະສິດທິຜົນ.

ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນຄືໃນປະຈຸບັນ, ສອງປະເທດກໍາລັງຢືນຕໍ່ໜ້າຫຼາຍໂອກາດພັດທະນາແຕ່ກໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ບໍ່ແມ່ນໜ້ອຍ; ບັນດາບົດຮຽນປະຫວັດສາດຂອງສາຍພົວພັນທີ່ເປັນແບບຢ່າງຫວຽດນາມ-ລາວ, ລາວ-ຫວຽດນາມ; ບັນດາແນວຄິດຊີ້ນໍາ ແລະເນື້ອໃນການຮ່ວມມືທີ່ລະບຸໄວ້ໃນສົນທິສັນຍາມິດຕະພາບ ແລະການຮ່ວມມືຍັງຮັກສາຄຸນຄ່າເດີມ, ແລະເປັນເຂັມທິດໃນວິວັດແຫ່ງການພັດທະນາຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ໂດຍ: ໄຊນີດາ