ນີ້ແມ່ນກິດຈະກໍາປະຈໍາປີ, ທີ່ມີຄວາມໝາຍມະນຸດສະທໍາ, ດ້ວຍຈິດໃຈຮັກແພງຊ່ວຍເຫຼືອກັນ ແລະກໍ່ແມ່ນໜຶ່ງໃນບັນດາກິດຈະກຳຕອບສະໜອງປີສະມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022; ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືຫວຽດນາມ-ລາວ.

leftcenterrightdel
ແພດໝໍຫວຽດນາມ ກວດຕາໃຫ້ປະຊາຊົນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຜ່ານລາຍການ, ຊາວຫວຽດນາມ ອາໄສຢູ່ລາວ ແລະປະຊາຊົນລາວປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງວຽງຈັນມີໂອກາດໄດ້ກວດສຸຂະພາບ ແລະໄດ້ຮັບຄຳປຶກສາກ່ຽວກັບບາງພະຍາດທົ່ວໄປ. ຄະນະປະຕິບັດງານກໍ່ໄດ້ແຈກຢຸກຢາ, ມອບຂອງຂວັນ 500 ພູດໃຫ້ຊາວຫວຽດນາມອາໄສຢູ່ລາວ ແລະປະຊາຊົນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ. ຂອງຂວັນແຕ່ລະພູດມີມຸນຄ່າ 1 ລ້ານດົ່ງ.

ໂດຍ: ໄຊນີດາ