ເຂົ້າຮ່ວມມີທ່ານພົນໂທ ໂດ໊ກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກຳມະການຄະນະຊີ້ນຳແຫ່ງຊາດ 515, ຮອງຫົວໜ້າຄະນະຜູ້ປະຈໍາການຄະນະປະຕິບັດງານພິເສດລັດຖະບານ; ທ່ານ ຫງວຽນວັນທົງ ຮອງເລຂາພັກແຂວງເງະອານ; ຜູ້ຕາງໜ້າແມ່ນການນຳບັນດາແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ (ລາວ); ການນຳບັນດາພະແນກ, ຄະນະ, ຂະແໜງການພາຍໃນແຂວງເງະອານ, ເມືອງງິໂລກ ແລະປະຊາຊົນທ້ອງຖິ່ນ.

leftcenterrightdel
ປະຊາຊົນເມືອງໜອງແຮດ, ແຂວງຊຽງຂວາງ, ພາກເໜືອລາວ ໄປສົ່ງ ແລະສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດຂອງ 2 ປະເທດ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວບົດໄວ້ອາໄລທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ, ຫົວໜ້າຄະນະຊີ້ນຳ 515 ແຂວງເງະອານ ສະແດງການຕອບບຸນແທນຄຸນ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເຊິ່ງໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງຢູ່ລາວ. ການເສຍສະຫຼະຊີວິດຂອງເຂົາເຈົ້າໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໄຊຊະນະຂອງການປະຕິວັດຂອງສອງປະເທດ, ເສີມສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດ ແລະສ້າງປະຫວັດສາດອັນສະຫງ່າລາສີຂອງສອງຊາດຫວຽດນາມ-ລາວ ຕ່ືມອີກ.

ສະຫາຍ ສິວິໄລ ແສງຈະເລີນ, ຮອງເຈົ້າແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຊຽງຂວາງ ກ່າວຄຳເຫັນຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຮູ້ບຸນຄຸນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ; ພ້ອມທັງຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ.

ໂດຍ: ແສງເດືອນ