leftcenterrightdel
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ທ່ານ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ໃນໄລຍະຜ່ານມາ ?

ທ່ານ ຫວູຫາຍຮ່າ: ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເວືອງດີ່ງເຫວ້ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ປະສົບຜົນສໍາເລັດຢ່າງຈົບງາມ, ຜ່ານນັ້ນຮັດແໜ້ນສາຍພົວພັນຮ່ວມມື, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ໃນການຢ້ຽມຢາມ, ທ່ານ ເວືອງດີ່ງເຫວ້ ໄດ້ສົ່ງສານ ໂດຍເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຂົ້າໃຈ ແລະແບ່ງປັນພ້ອມກັບເພື່ອນມິດລາວ, ດ້ວຍນ້ຳໃຈຖານສະຫາຍອ້າຍນ້ອງ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມເດີນທາງ, ຊ່ວຍເຫຼືອລາວ ຜ່ານຜ່າສິ່ງທ້າທາຍ, ສືບຕໍ່ພັດທະນາ.

ນັກຂ່າວ: ຂໍທ່ານ ໃຫ້ຮູ້ບັນດາໝາກຜົນທີ່ພົ້ນເດັ່ນໃນການຢ້ຽມຢາມ ສປປ ລາວ ຂອງທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ?

ທ່ານ ຫວູຫາຍຮ່າ: ໃນໄລຍະຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານ ເວືອງດີ່ງເຫວ້ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມີການເຄື່ອນໄຫວຫຼາຍຢ່າງ ດ້ວຍ 27 ການເຄື່ອນໄຫວທາງການ. ບັນດາການພົບປະເຈລະຈາ, ການພົບປະຂັ້ນສູງຂອງການນຳສອງປະເທດ ໄດ້ດຳເນີນໃນບັນຍາກາດເປີດອົກເປີດໃຈ, ຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະກົງໄປກົງມາ. ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ສອງປະເທດ ກໍ່ຄືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ, ມີເນື້ອແທ້.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໄລຍະ 2022-2026 ທີ່ໄດ້ລົງນາມໃນໂອກາດນີ້ຢ່າງມີປະສິດທິຜົນ; ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແລະລະຫວ່າງບັນດາ ກໍາມາທິການ, ບັນດາກຸ່ມສະມາຊິກສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະສະພາປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ແລະແຮກສ່ຽວກັບບັນດາທ້ອງຖິ່ນຂອງລາວ; ສືບຕໍ່ສົມທົບກັນຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສໍາມະນາແບ່ງປັນບົດຮຽນໃນບັນດາຂົງເຂດເຄື່ອນໄຫວຂອງສະພາແຫ່ງຊາດ...; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ທ່ານ ສາມາດແບ່ງປັນກ່ຽວກັບກອງປະຊຸມສໍາມະນາ “ແບ່ງປັນບົດຮຽນກ່ຽວກັບກົນໄກ, ນະໂຍບາຍເພື່ອຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ ຫຼັງໂຄວິດ-19” ໂດຍການເປັນປະທານຂອງສອງປະທານສະພາແຫ່ງຊາດ?

ທ່ານ ຫວູຫາຍຮ່າ: ສອງປະທານສະພາແຫ່ງຊາດ ໄດ້ເປັນປະທານຮ່ວມກອງປະຊຸມສໍາມະນາ “ແບ່ງປັນບົດຮຽນກ່ຽວກັບກົນໄກ, ນະໂຍບາຍເພື່ອຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຫຼັງໂຄວິດ-19” ດ້ວຍການເຂົ້າຮ່ວມຂອງການນຳຫຼາຍທ່ານຂອງສະພາແຫ່ງຊາດ, ລັດຖະບານ ແລະກະຊວງ, ຂະແໜງການຂອງລາວ. ນີ້ແມ່ນກອງປະຊຸມສໍາມະນາຄັ້ງທຳອິດໃນຂອບເຂດຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ ທີ່ຫາກໍ່ໄດ້ລົງນາມໃນຕອນເຊົ້າວັນທີ 16 ພຶດສະພາ. ຜູ້ແທນສອງປະເທດໄດ້ແລກປ່ຽນ ແລະແບ່ງປັນບົດຮຽນໃນການປະຕິບັດບົດບາດຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະກໍ່ສ້າງກົດໝາຍ ແນໃສ່ຊຸກຍູ້ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຫຼັງໂຄວິດ-19 ໂດຍອີງໃສ່ສະພາບການ ແລະເງື່ອນໄຂຕົວຈິງຂອງແຕ່ລະປະເທດ.

ທ່ານ ເວືອງດີ່ງເຫວ້ ໄດ້ສະເໜີສອງຝ່າຍສືບຕໍ່ຈັດຕັ້ງກອງປະຊຸມສໍາມະນາຢູ່ຫວຽດນາມ, ແບ່ງປັນບົດຮຽນເພື່ອຊອກຫາມາດຕະການທີ່ເໝາະສົມຊຸກຍູ້ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດ.

ນັກຂ່າວ: ຂໍຮຽນທ່ານ, ການພົວພັນແບບພິເສດຫວຽດນາມ-ລາວ ກໍ່ຕ້ອງມີບັນດາກົນໄກພິເສດເພື່ອສ້າງເງື່ອນໄຂສະດວກກວ່າໃຫ້ວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ລາວ. ອົງການນິຕິບັນຍັດສອງປະເທດໄດ້ແບ່ງປັນບົດຮຽນໃດແດ່ເພື່ອຍູ້ແຮງການຮ່ວມມືດ້ານເສດຖະກິດສອງປະເທດ ?

ທ່ານ ຫວູຫາຍຮ່າ: ທີ່ການພົບປະກັບປະຊາຄົມວິສາຫະກິດຫວຽດນາມ ທີ່ລົງທຶນ, ດຳເນີນທຸລະກິດຢູ່ລາວ, ພ້ອມກັບທ່ານ ເວືອງດີ່ງເຫວ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ແລະທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ໄດ້ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງຫວັງ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະຂໍ້ສະເໜີຂອງວິສາຫະກິດຫວຽດນາມ ແລະມີຄຳຕອບ, ເນັ້ນໜັກວ່າ ບັນດາໂຄງການທີ່ຫວຽດນາມ ພວມລົງທຶນຢູ່ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ; ຮັບຮູ້ວ່າຈະຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງລາວ ເພື່ອປັບປຸງ, ເພີ່ມເຕີມບັນດານະໂຍບາຍ, ກົດໝາຍໃຫ້ເໝາະສົມກັບສະພາບຕົວຈິງ ແນໃສ່ສ້າງເງື່ອນໄຂສະດວກກວ່າໃຫ້ວິສາຫະກິດຫວຽດນາມ ມາລົງທຶນ, ດຳເນີນທຸລະກິດຢູ່ລາວ.

ທ່ານ ເວືອງດີ່ງເຫວ້ ແບ່ງປັນວ່າ ການພົວພັນແບບພິເສດກໍ່ຕ້ອງມີບັນດາກົນໄກນະໂຍບາຍພິເສດເພື່ອຍູ້ແຮງການເຄື່ອນໄຫວເສດຖະກິດ, ການຄ້າ, ການລົງທຶນຂອງວິສາຫະກິດຫວຽດນາມ ທີ່ລົງທຶນ, ດຳເນີນທຸລະກິດຢູ່ລາວ. ຄຽງຂ້າງນັ້ນ, ທ່ານ ເວືອງດີ່ງເຫວ້ ກໍ່ຮຽກຮ້ອງບັນດາວິສາຫະກິດມານະພະຍາຍາມດ້ວຍຕົນເອງ, ແກ້ໄຂຄວາມຫຍຸ້ງຍາກ, ມີນະໂຍບາຍເໝາະສົມກັບຕະຫຼາດ, ຮີດຄອງປະເພນີຂອງລາວ ເພື່ອນໍາການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນໃຫ້ມີບາດກ້າວບຸກທະລຸ.

ດ້ວຍຄວາມຕັດສິນໃຈດ້ານການເມືອງຢູ່ທຸກຂັ້ນ, ຂອງທັງສອງຝ່າຍ, ພວກເຮົາເຊື່ອໝັ້ນວ່າ ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດຈະເພີ່ມຂຶ້ນຢ່າງແຮງ, ນຳມາເຊິ່ງປະສິດທິຜົນ ແລະຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຄົມວິສາຫະກິດ ແລະປະຊາຊົນສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານ !

ໂດຍ: ເຈິ່ນຮວ່ຽນ