ກ່າວຄໍາເຫັນທີ່ການພົບປະ, ທ່ານພັນເອກພິເສດ ຮວ່າງວັນເຍິນ ໄດ້ກ່າວສະແດງຄໍາຂອບໃຈອັນເລິກເຊິ່ງມາຍັງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດແຂວງເຊກອງ ເຊິ່ງຍາມ ໃດກໍຮ່ວມເດີນທາງ, ເອົາໃຈໃສ່ຊ່ວຍເຫຼືອກໍາລັງປະກອບອາວຸດແຂວງເທື່ອທຽນເຫວ້, ພິເສດແມ່ນຍາມໃດກໍອໍານວຍຄວາມສະດວກເພື່ອໃຫ້ກອງ 192 ປະຕິບັດວຽກງານຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ໃນບໍລິເວນແຂວງເຊກອງ ໃນຕະຫຼອດໄລຍະຜ່ານມາ ຢ່າງມີປະສິດທິຜົນ.

leftcenterrightdel
ສອງຝ່າຍລົງນາມການສົມທົບກັນປະຕິບັດວຽກງານຊອກຄົ້ນອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ແລະແຜນການສົມທົບກັນປະຕິບັດວຽກງານການທະຫານ, ການປ້ອງກັນຊາດ 2022-2023. ພາບ: baophapluat.vn

ໃນໄລຍະຈະມາເຖິງ, ຄະນະຊີ້ນໍາ 515 ຫວັງວ່າ ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ, ຄະນະປະຕິບັດງານພິເສດຂອງແຂວງເຊກອງ ຈະສືບຕໍ່ສ້າງເງື່ອນໄຂສະດວກ, ໜູນຊ່ວຍ, ຊ່ວຍເຫຼືອເພື່ອໃຫ້ພະນັກງານ, ພາລະກອນກອງ 192 ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ມອບຄອມພິວເຕີ 3 ຊຸດໃຫ້ກອງບັນຊາການທະຫານແຂວງເຊກອງ. ພາບ: baophapluat.vn

ທີ່ການພົບປະ, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ແລະກອງບັນຊາການທະຫານແຂວງເຊກອງ ໄດ້ລົງນາມການສົມທົບກັນປະຕິບັດວຽກງານຊອກຄົ້ນອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ລະດູແລ້ງ 2022-2023 ແລະເຊັນແຜນການສົມທົບກັນປະຕິບັດວຽກງານການທະຫານ, ການປ້ອງກັນຊາດປີ 2022-2023 ແລະຊຸມປີຕໍ່ໄປເພື່ອນໍາການພົວພັນລະຫວ່າງກອງບັນຊາການທະຫານ 2 ແຂວງຂຶ້ນສູ່ລະດັບສູງໃໝ່, ພ້ອມກັນສ້າງຄວາມສາມັກຄີມິດຕະພາບ ແລະການຮ່ວມມືລະຫວ່າງສອງກອງທັບ ໃຫ້ນັບມື້ນັບໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ໄຊຊະນະ