ຢູ່ດ່ານຊາຍແດນ ຮົ່ງເວິນ-ໂກຕາຍ, ອາເດິດ-ຕາວ່າງ ແລະທາງນ້ອຍ ຮົ່ງຖ໊າຍ, ທ່ານ ເຈິ່ນກົງຝູ໊ ໄດ້ຕາງໜ້າໃຫ້ຄະນະປະຕິບັດງານແຂວງເທື່ອ ທຽນເຫວ້ ແລກປ່ຽນ, ຢ້ຽມຢາມຖາມຂ່າວ, ແບ່ງປັນຄວາມຫຍຸ້ງຍາກ ເຊິ່ງ ກໍາລັງປະກອບອາວຸດ ແລະປະຊາຊົນ ປະສົບ ຍ້ອນໄພທໍາມະຊາດ ແລະໂລກລະບາດ ກໍ່ຂຶ້ນ. ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນ 2 ແຂວງ ທີ່ຢູ່ຕິດກັບຊາຍແດນຂອງປະເທດເພື່ອນລາວ ຈະສົມທົບກັບບັນດາກົມກອງຂອງແຂວງເທື່ອທຽນເຫວ້ ຢ່າງແໜ້ນແຟ້ນ, ພິເສດແມ່ນບັນດາ ກົມກອງທີ່ຕັ້ງທັບຢູ່ເສັ້ນຊາຍແດນ ແລະປະຊາຊົນບັນດາທ້ອງຖິ່ນທີ່ຢູ່ຕິດກັບຊາຍແດນຂອງເມືອງອາເລື໊ອຍ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ກໍຄືກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ.

leftcenterrightdel
ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກອງຮ້ອຍຊາຍແດນ 531, ຄ້າຍຕໍາຫຼວດຕາວ່າງ ແລະປະຊາຊົນບ້ານ ກາໂລ ຢູ່ດ່ານຊາຍແດນ ອາເດິດ. ພາບ: ຫວໍຕ໊ຽນ.

ເຄື່ອງຊ່ວຍເຫຼືອທີ່ຄະນະປະຕິບັດງານໄດ້ມອບໃຫ້ລວມມີ: ເຂົ້າສານ 1.300 ຖົງ, ນໍ້າມັນພືດ 220 ແກັດ, ນໍ້າປາ 330 ແກັດ ແລະເຄື່ຶອງໃຊ້ ທີ່ຈໍາເປັນ ຄື: ປາແຫ້ງ, ແປ້ງນົວ... ເພື່ອຊ່ວຍເຫຼືອໃຫ້ແກ່ກອງຮ້ອຍຊາຍ ແດນ 531, 511; ຄ້າຍຕໍາຫຼວດ ຕາວ່າງ, ໂກຕາຍ ແລະ 3 ບ້ານ ກາໂລ, ເຊຊາບ, ໂກຕາຍ ຂອງ 2 ແຂວງສາລະວັນ ແລະເຊກອງ, ສປປ ລາວ ດ້ວຍມູນຄ່າກວ່າ 1 ຕື້ດົ່ງ.

ໂດຍ: ໄຊຊະນະ