ຕາມນັ້ນແລ້ວ, ໃນຄັ້ງນີ້, ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ໄດ້ລະດົມເຂົ້າສານເກືອບ 5 ໂຕນ, ປາແຫ້ງ 300 ກວ່າກິໂລ... ຊ່ວຍເຫຼືອປະຊາຊົນບັນດາບ້ານຂອງລາວ ເປັນເງິນທັງໝົດຫຼາຍກວ່າ 220 ລ້ານດົ່ງ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບຂອງຂວັນ. ພາບ: ເລຈູງ

ທີ່ພິທີມອບຂອງຂວັນ, ພັນເອກ ໂງນາມເກື່ອງ, ຫົວໜ້າກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ໄດ້ໃຫ້ກຳລັງໃຈ, ຢ້ຽມຢາມຖາມຂາວ ແລະແບ່ງປັນຄວາມຫຍຸ້ງຍາກ ເຊິ່ງປະຊາຊົນບ້ານຕ່າງໆຂອງປະເທດເພື່ອນລາວ ປະສົບຍ້ອນໄພພິບັດທໍາມະຊາດ ແລະໂລກລະບາດກໍ່ຂຶ້ນ.

ພັນເອກ ໂງນາມເກື່ອງ ປາດຖະໜາວ່າ ອໍານາດການປົກຄອງ ແລະປະຊາຊົນລາວ ບັນດາເຜົ່າ ຈະສືບຕໍ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາກົມກອງຂອງແຂວງເທື່ອທຽນເຫ້ວ ທີ່ຕັ້ງທັບຢູ່ເຂດຊາຍແດນ ແລະປະຊາຊົນບັນດາທ້ອງຖິ່ນຊາຍແດນຂອງເມືອງອາເລື໊ອຍ; ສົມທົບກັນຮັກສາຄວາມສະຫງົບ ແລະ ຄວາມປອດໄພຢູ່ເສັ້ນຊາຍແດນໃຫ້ເປັນຢ່າງດີ.

ຜູ້ຕາງໜ້າອຳນາດການປົກຄອງ ແລະປະຊາຊົນຢູ່ບ້ານຕ່າງໆຂອງລາວ ໄດ້ຂອບໃຈກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ທີ່ໄດ້ແບ່ງປັນ ແລະຊ່ວຍເຫຼືອເຂົ້າສານ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນໃນຍາມຫຍຸ້ງຍາກ, ຫວັງວ່າໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ແລະບັນດາກົມກອງ, ທ້ອງຖິ່ນຂອງຫວຽດນາມ ຕື່ມອີກເພື່ອຊ່ວຍເຫຼືອປະຊາຊົນບ້ານຕ່າງໆຂອງລາວ ມີຄວາມອຸ່ນອ່ຽງໃຈສ້າງຊີວິດການເປັນຢູ່.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ຍັງໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍ 513, ກອງບັນຊາການທະຫານແຂວງເຊກອງ ແລະຄ້າຍຕຳຫຼວດຕະວາງ, ເມືອງກະລຶມ.

ໂດຍ: ທະນາພອນ