ປີ 2022 ແມ່ນປີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962/5-9-2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ (18-7-1977/18-7-2022).

ຮສຈ, ປອ ຮວ່າງຟຸກເລີມ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເນັ້ນໜັກວ່າ: ພິທີປະດັບຫຼຽນໄຊແຮງງານຂອງລັດລາວ ໄດ້ຈັດຂຶ້ນເພື່ອຮັບຮູ້ການປະກອບສ່ວນຂອງສ່ວນບຸກຄົນແມ່ນພະນັກງານການນຳ, ຜູ້ຄຸ້ມຄອງ, ຊ່ຽວຊານແປພາສາ ແລະພິມຈໍາໜ່າຍ “ໂຮ່ຈີມິນນິພົນເລືອກເຟັ້ນ” ຈາກພາສາຫວຽດນາມ ເປັນພາສາລາວ, ຜ່ານນັ້ນປະກອບສ່ວນພັດທະນາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານ ຮວ່າງຟຸກເລີມ ໃຫ້ຮູ້ວ່າ: ກົມການເມືອງ ແລະຄະນະເລຂາທິການສູນກາງສອງພັກໄດ້ມອບໝາຍໃຫ້ 2 ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ຈັດຕັ້ງການຜັນຂະຫຍາຍໂຄງການແປປື້ມ “ໂຮ່ຈີມິນນິພົນເລືອກເຟັ້ນ”  15 ເຫຼັ້ມ.

leftcenterrightdel
ພິທີປະດັບຫຼຽນໄຊແຮງງານຂອງລາວ ໃຫ້ພະນັກງານ, ຊ່ຽວຊານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໂຄງການໄດ້ຮັບການກະກຽມ, ກໍ່ສ້າງ, ອະນຸມັດ ແລະຜັນຂະຫຍາຍໃນໄລຍະເກືອບ 5 ປີ (2015-2021). ປື້ມຊຸດນີ້ໂດຍໂຮງພິມຈໍາໜ່່າຍການເມືອງແຫ່ງຊາດຊື້ເທິດ ບັນນາທິການ, ຮຽບຮຽງ, ກວດແກ້ ແລະພິມຈຳໜ່າຍ, ມອບໃຫ້ຝ່າຍລາວ ນຳໃຊ້ໃນຕົ້ນປີ 2021, ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານແນວຄິດທິດສະດີ ແລະຄົ້ນຄວ້າວິທະຍາສາດ ແລະວຽງການກໍ່ສ້າງ-ບຳລຸງພະນັກງານໃຫ້ພັກປະຊາຊົນ ປະຕິວັດລາວ.

ທີ່ພິທີ, ທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດລາວ ປະຈຳຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ແລະເປັນກຽດເມື່ອຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ ມອບສິດໃຫ້ປະດັບ 3 ຫຼຽນໄຊແຮງງານ ຊັ້ນ II ແລະ 10 ຫຼຽນໄຊແຮງງານຊັ້ນ III ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ບັນດາບຸກຄົນທີ່ເປັນຜູ້ນຳ, ຜູ້ຄຸ້ມຄອງ ແລະພະນັກງານຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ.

ເນື່ອງໃນໂອກາດນີ້, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ໄດ້ມອບເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະປື້ມທິດສະດີການເມືອງເປັນພາສາລາວໃຫ້ສະຖານທູດລາວ ປະຈຳຫວຽດນາມ, ນັກສໍາມະນາກອນລາວ ທີ່ພວມຮ່ຳຮຽນຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.

ໂດຍ: ທະນາພອນ