ເຂົ້າຮ່ວມກອງປະຊຸມມີທ່ານ ຫງວຽນດັງຮຸ່ງ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ; ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຫຼວງພະບາງ ພ້ອມກັບຜູ້ຕາງໜ້າວິສາຫະກິດຫວຽດນາມ ທີ່ພວມດຳເນີນທຸລະກິດ ແລະລົງທຶນຢູ່ 8 ແຂວງພາກເໜືອຂອງລາວ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນດັງຮຸ່ງ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ມີຄວາມໝາຍອັນໃຫຍ່ຫຼວງ, ປະກອບສ່ວນສ້າງເຄືອຂ່າຍຂໍ້ມູນຂ່າວສານ, ຮ່ວມສໍາພັນລະຫວ່າງບັນດາວິສາຫະກິດຂອງຫວຽດນາມ ຢູ່ພາກເໜືອລາວ. ທ່ານ ຫງວຽນດັງຮຸ່ງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ຈະໝູນໃຊ້ຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຂອງບັນດາທ້ອງຖິ່ນ, ເປັນຂົວເຊື່ອມຕໍ່ໃຫ້ແກ່ວິສາຫະກິດສອງປະເທດຢູ່ພາກເໜືອລາວ ເວົ້າສະເພາະ ແລະຢູ່ປະເທດລາວ ເວົ້າລວມ, ເສີມຂະຫຍາຍຈິດໃຈສາມັກຄີ, ມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ຢູ່ພາກເໜືອລາວ ເລິກເຊິ່ງກວ່າອີກ.

ທ່ານ ຫງວຽນດັງຮຸ່ງ ຢືນຢັນວ່າ ສະຖານກົງສູນໃຫຍ່ ຈະຮ່ວມແຮງຮ່ວມໃຈ, ໜູນຊ່ວຍບັນດາວິສາຫະກິດ ແລະສະມາຄົມວິສາຫະກິດຫວຽດນາມຢູ່ພາກເໜືອລາວ ເພື່ອປະຕິບັດບັນດາບົດບາດດັ່ງກ່າວໃຫ້ເປັນຢ່າງດີ.

ໂດຍ: ທູຈາງ