ພົນເອກ ໂຕເລີມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນປະທານພິທີຕ້ອນຮັບ.

leftcenterrightdel
ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ກວດແຖວກຽດຕິຍົດຕຳຫຼວດປະຊາຊົນຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານພົນເອກ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຊີ້ແຈ້ງວ່າ ເຖິງວ່າສອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະກະຊວງຕຳຫຼວດຫວຽດນາມ-ກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະຍັງພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ ແທດຈິງ.

leftcenterrightdel
ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ມອບດອກໄມ້ຊົມເຊີຍທ່ານພົນເອກ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ວິໄລ ຫຼ້າຄຳຟອງ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງກະຊວງ ໃນປີ 2021 ແມ່ນບັນລຸໄດ້ຜົນງານຕັ້ງໜ້າໃນທຸກຂົງເຂດ, ພິເສດແມ່ນໃນວຽກງານຕໍ່ສູ້, ຕ້ານອາດຊະຍາກຳຢາເສບຕິດ ແລະອາດຊະຍາກຳຂ້າມຊາດ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງການພົວພັນຮ່ວມມືລະຫວ່າງສອງກະຊວງ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນນຳມາເຊິ່ງສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມລະຫວ່າງສອງປະເທດກໍ່ຄືເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ.

ເພື່ອປະຕິບັດສຳເລັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ພິເສດແມ່ນຮັບປະກັນຄວາມປອດໄພໃຫ້ບັນດາກິດຈະກຳໃນປີ 2022-ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ, ທີ່ການພົບປະເຈລະຈາ, ທ່ານ ໂຕເລີມ ແລະທ່ານ ວິໄລ ຫຼ້າຄຳຟອງ ໄດ້ແລກປ່ຽນບາງທິດທາງຮ່ວມມືຕົ້ນຕໍລະຫວ່າງສອງກະຊວງ.

leftcenterrightdel
ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະຊັ້ນ I ຂອງ ສປປ ລາວ ໃສ່ຄັນທຸງທີ່ເປັນມູນເຊື້ອຂອງກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ຮັກສາການພົບປະການນຳທຸກຂັ້ນລະຫວ່າງສອງກະຊວງພາຍໃຕ້ຮູບການໂດຍກົງ ແລະທາງໄກ, ສົມທົບກັນແກ້ໄຂກໍລະນີເກີດຂຶ້ນໂດຍໄວ, ທັນການ, ບໍ່ໃຫ້ອິດທິກຳລັງປໍລະປັກ, ອາດຊະຍາກຳເຄື່ອນໄຫວກໍ່ຜົນຮ້າຍເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ, ປະຕິບັດບັນດາເນື້ອໃນແຜນການຮ່ວມມືປີ 2022 ຢ່າງເຂັ້ມງວດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນສະພາບການໂລກ ແລະພາກພື້ນທີ່ກະທົບເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງຫວຽດນາມ, ລາວ....

ໂດຍ: ແສງເດືອນ