ລັດຖະມົນຕີີສອງທ່ານ ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ, ໝາກຜົນການຢ້ຽມຢາມຂັ້ນສູງສອງປະເທດໃຫ້ມີປະສິດທິຜົນ ກໍ່ຄືຕັ້ງໜ້າສົມທົບກັນກະກຽມບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກົນໄກຮ່ວມມືສຳຄັນລະຫວ່າງສອງປະເທດ ແລະກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງ “ປີສາມັກຄີ, ມິດຕະພາບ ຫວຽດນາມ-ລາວ 2022” ເປັນຢ່າງດີ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ລັດຖະມົນຕີສອງທ່ານ ກໍ່ແຈ້ງໃຫ້ກັນຊາບກ່ຽວກັບນະໂຍບາຍພົວພັນຕ່າງປະເທດຂອງສອງປະເທດ, ພ້ອມທັງແບ່ງປັນທັດສະນະ, ຕີລາຄາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບແວດລ້ອມຍຸດທະສາດຢູ່ອາຊີ-ປາຊີຟິກ, ການຮ່ວມມືໃນອາຊຽນ ແລະການພັດທະນາຢູ່ອະນຸພາກພື້ນ. ສອງຝ່າຍ ເຊີດຊູການເຄົາລົບກົດໝາຍສາກົນ, ເນັ້ນໜັກເຖິງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ; ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ໃນນັ້ນມີການຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນຫາທະເລຕາເວັນອອກ; ເປັນເຈົ້າການ ແລະຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ແລະສົມທົບຫຼັກໝັ້ນຢູ່ທຸກຊ່ອງທາງ ແລະທຸກຂັ້ນ, ປະກອບສ່ວນຍົກສູງຖານະບົດບາດສາກົນຂອງແຕ່ລະປະເທດ. ທ່ານ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ລາວ ຈະສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ອາຍຸການ 2023-2025; ຢັ້ງຢືນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ຄື: CLV, CLMV, ACMECS...

ໂດຍ: ແສງເດືອນ