ໃນ 46 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງໄດ້ເສີມຂະຫຍາຍມູນເຊື້ອວິລະຊົນ ແລະນ້ຳໃຈສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ, ສ້າງໂສມໜ້າໃໝ່ໃຫ້ປະເທດ ສປປ ລາວ: ອະທິປະໄຕແຫ່ງຊາດ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ, ການເມືອງ-ສັງຄົມມີຄວາມໝັ້ນຄົງ, ກຸ່ມກ້ອນມະຫາສາມັກຄີເປັນປຶກແຜ່ນແໜ້ນໜາທົ່ວປວງຊົນໄດ້ຮັບການເພີ່ມທະວີ, ການພັດທະນາເສດຖະກິດ-ສັງຄົມ ມີການຫັນປ່ຽນຢ່າງແຮງ, ຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢ້ັງ, ອິດທິພົນຊື່ສຽງ ແລະຖານະບົດບາດຂອງປະເທດນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ. ຜົນງານດັ່ງກ່າວແມ່ນພະຍານຫຼັກຖານທີ່ໄດ້ຢັ້ງຢືນລັກສະນະຖືກຕ້ອງຂອງເສັ້ນທາງພັດທະນາກ້າວຂຶ້ນສັງຄົມນິຍົມເຊິ່ງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າອ້າຍນ້ອງ ໄດ້ເລືອກເອົາ.

leftcenterrightdel
ພາບປະກອບຄັດຈາກ vietnamplus.vn.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ມີເພື່ອນມິດລາວສັດຊື່ບໍລິສຸດ, ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນກໍ່ຄືໃນກິດຈະການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ຄວາມສະໜິດຕິດພັນທີ່ໝັ້ນແກ່ນດັ່ງກ່າວໄດ້ສ້າງມາຈາກເລືອດເນື້ອບໍ່ຈັກວ່າເທົ່າໃດຮຸ່ນຄົນ, ທີ່ໄດ້ຝຶກຝົນຫຼໍ່ຫຼອມ, ທົດສອບຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະໄດ້ກາຍເປັນນ້ຳໃຈໄມຕີຈິດມິດຕະພາບທີ່ຍິງໃຫຍ່, ສະໜິດແໜ້ນ, ບໍ່ສາມາດຕັດແຍກອອກຈາກກັນໄດ້, ກາຍເປັນກົດເກນພັດທະນາ, ເປັນປັດໄຈສຳຄັນທີ່ຮັບປະກັນຄວາມຍືນຍົງຄົງຕົວ, ພັດທະນາຂອງສອງປະເທດເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ.

ປະຊາຊົນຫວຽດນາມ ຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງວ່າໄຊຊະນະຂອງການປະຕິວັດຫວຽດນາມ ແຕ່ລະຄັ້ງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນລ້ວນແຕ່ຕິດພັນກັບນ້ຳໃຈສາມັກຄີ, ການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງ. ບໍ່ວ່າໃນສະພາບການໃດ, ພັກ, ລັດ ແລະປະຊາຊົນຫວຽດນາມ ກໍ່ໝັ້ນໝາຍວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ ແລະປະຊາຊົນລາວບັນດາເຜົ່າອ້າຍນ້ອງຮັກສາ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອຄວາມຮຸ່ງເຮືອງສີວິໄລຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໂລກ.

ໂດຍແມ່ນເພື່ອນມິດ, ແມ່ນສະຫາຍອ້າຍນ້ອງທີ່ສະໜິດສະໜົມຮ່ວມອຸດົມການອັນດຽວກັນ, ພັກ, ລັດ ແລະປະຊາຊົນຫວຽດນາມ ມີຄວາມເບີກບານມ່ວນຊື່ນໄປພ້ອມກັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງສະເຫຼີມສະຫຼອງວັນສະຖາປະນາປະເທດ ລາວ ຄົບຮອບ 46 ປີ, ພ້ອມທັງຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດເຊິ່ງ ລາວ ຍາດມາໄດ້ໃນ 46 ປີຜ່ານມາ. ເຊື່ອໝັ້ນວ່າ ດ້ວຍແນວທາງປ່ຽນແປງໃໝ່ຮອບດ້ານ, ພາຍໃຕ້ການນຳພາອັນປີຊາສາມາດ ແລະສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍໄດ້ຢ່າງແນ່ນອນ, ສືບຕໍ່ຍາດໄດ້ຜົນງານໃໝ່ອັນໃຫຍ່ຫຼວງກວ່າອີກໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ, ກໍ່ສ້າງປະເທດລາວແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມໃຫ້ປະສົບຜົນສຳເລັດ.

ໂດຍ: ແສງເດືອນ