ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫວູຫາຍສານ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ, ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ນັບມື້ນັບໄດ້ຮັບການເພີ່ມທະວີ, ພັດທະນາ ແລະສືບຕໍ່ເປັນເສົາຄ້ຳສຳຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ໄດ້ຕັ້ງໜ້າປະຕິບັດບັນດາເນື້ອໃນການຮ່ວມມືຢ່າງຄົບຖ້ວນ ແລະມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບດ້ານການເມືອງ ແລະສັງຄົມ.

leftcenterrightdel
ທ່ານພົນໂທ ຫວູຫາຍສານ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn

ໃນຕະຫຼອດ 65 ປີຜ່ານມາ, ວິທະຍາຄານການແພດກອງທັບໄດ້ ແລະພວມປະຕິບັດໜ້າທີ່ກໍ່ສ້າງພະນັກງານການແພດໃຫ້ກອງທັບປະຊາຊົນລາວ ເປັນຢ່າງດີ. ຄຸນນະພາບການກໍ່ສ້າງພະນັກງານການແພດໃຫ້ກອງທັບປະຊາຊົນລາວ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ພິເສດແມ່ນໃນຊຸມປີມໍ່ໆມານີ້. ພະນັກງານ, ແພດທະຫານລາວ ຫຼາຍທ່ານໄດ້ຮັບການກໍ່ສ້າງຢູ່ວິທະຍາຄານການແພດກອງທັບ, ເມື່ອກັບຄືນປະເທດ, ໄດ້ກາຍເປັນນາຍພົນ, ພະນັກງານອາວຸໂສ,  ດຳລົງຕຳແໜ່ງສຳຄັນໃນກອງທັບ, ປະກອບສ່ວນກໍ່ສ້າງ ແລະປັບປຸງພື້ນຖານປ້ອງກັນຊາດຂອງປະເທດເພື່ອນລາວ.

ທີ່ພິທີ, ທ່ານພົນຕີ, ສຈ, ປອ ໂດ໊ກວຽດ, ຜູ້ອຳນວຍການວິທະຍາຄານການແພດກອງທັບ ໃຫ້ຮູ້ວ່າ: ໃນຕະຫຼອດກວ່າ 65 ປີຜ່ານມາ, ພ້ອມກັບການກໍ່ສ້າງພະນັກງານການແພດໃຫ້ກອງທັບປະຊາຊົນຫວຽດນາມ, ວິທະຍາຄານການແພດກອງທັບ ໄດ້ ແລະພວມປະຕິບັດວຽກງານກໍ່ສ້າງຖັນແຖວພະນັກງານການແພດໃຫ້ແກ່ກອງທັບປະຊາຊົນລາວ - ຊ່ວຍເຫຼືອ; ປະກອບສ່ວນກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະກອງທັບຂອງສອງປະເທດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.

ມາຮອດປະຈຸບັນ, ວິທະຍາຄານການແພດກອງທັບ ໄດ້ກໍ່ສ້າງນັກສໍາມະນາກອນກອງທັບປະຊາຊົນລາວ 602 ຄົນ. ປັດຈຸບັນ, ມີນັກສໍາມະນາກອນລາວ 60 ຄົນ ພວມຮໍ່າຮຽນຢູ່ວິທະຍາຄານການແພດກອງທັບ, ໃນນັ້ນ: ຊັ້ນມະຫາວິທະຍາໄລ ມີ 55 ຄົນ, ປະລິນຍາໂທມີ 5 ຄົນ. ນອກຈາກນັ້ນ, ວິທະຍາຄານການແພດກອງທັບ ໄດ້ສົ່ງພະນັກງານໄປຍັງວິທະຍາຄານການແພດກອງທັບ ແລະໂຮງໝໍແພດທະຫານ 103 ລາວ ເພື່ອສິດສອນ ແລະແນະນຳດ້ານເຕັກນິກໃໝ່; ຊ່ວຍເຫຼືອກຳລັງແພດທະຫານຂອງປະເທດເພື່ອນລາວຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງ ແລະກວດ, ປິ່ນປົວພະຍາດ.

leftcenterrightdel
ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ. ພາບ: qdnd.vn

ທີ່ພິທີ, ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ວິທະຍາຄານການແພດກອງທັບ ແລະໂຮງໝໍແພດທະຫານ 103, ໂຮງໝໍໂປກໂພງແຫ່ງຊາດເລຮື໊ວຈາກ ແລະ 2 ທ່ານ ແມ່ນພົນຕີ ໂດ໊ກວຽດ, ຜູ້ອໍານວຍການວິທະຍາຄານ ແລະທ່ານພົນຈັດຕະວາ ຫງວຽນວຽດເລື້ອງ, ຫົວໜ້າການເມືອງວິທະຍາຄານ; ມອບຫຼຽນໄຊແຮງງານຊັ້ນ III ໃຫ້ 6 ໝູ່ຄະນະແລະ 10 ຄົນ ຂອງວິທະຍາຄານການແພດກອງທັບ.

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ວິທະຍາຄານການແພດກອງທັບລາວ ແລະວິທະຍາຄານການແພດກອງທັບຫວຽດນາມ ໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາເນື້ອໃນແຮກສ່ຽວ ໃນປີ 2017.

ດ້ວຍຜົນງານ ແລະຄຸນງາມຄວາມດີ, ປະຊາຊົນລາວ ບັນດາເຜົ່າ ຍາມໃດກໍ່ຈົດຈໍາ ແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າທີ່ຫາສິ່ງໃດມາປຽບທຽບບໍ່ໄດ້ຕໍ່ການເສຍສະຫຼະທັງເຫື່ອແຮງ, ວັດຖຸ ແລະຈິດໃຈໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະອິດສະລະພາບ ໃຫ້ປະຊາຊົນ ລາວ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພັກ-ລັດ, ກອງທັບ ແລະປະຊາຊົນລາວ ຍາມໃດ ກໍ່ ໄດ້ຮັບການອຸ້ມຊູ, ຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກພັກ-ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຕະຫຼອດມາ.

ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ກໍ່ຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງ ແລະສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະ ຕໍ່ວິທະຍາຄານການແພດກອງທັບຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ອຸ້ມຊູ ແລະຊ່ວຍເຫຼືອອັນລໍ້າຄ່າໝົດຈິດໝົດໃຈ ແລະມີປະສິດທິຜົນໃຫ້ແກ່ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າ ຕະຫຼອດມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມຈິງໃຈ, ຄວາມເປັນຫ່ວງເປັນໄຍ ທີ່ພວກສະຫາຍມີຕໍ່ພວກຂ້າພະເຈົ້າຢ່າງສະເໝີຕົ້ນສະເໝີປາຍ. ພວກຂ້າພະເຈົ້າກໍ່ຫວັງວ່າ ພວກສະຫາຍຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ວິທະຍາຄານການແພດກອງທັບປະຊາຊົນລາວ ຂອງພວກຂ້າພະເຈົ້າ ຕື່ມອີກ.

ເນື່ອງໃນໂອກາດນີ້, ວິທະຍາຄານການແພດກອງທັບຫວຽດນາມ ແລະວິທະຍາຄານການແພດກອງທັບລາວ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດລະຫວ່າງສອງວິທະຍາຄານຄັ້ງທີສອງຜ່ານລະບົບທາງໄກ.

ໂດຍ: ທະນາພອນ