ຜູ້ຕາງໜ້າຄະນະປະຕິບັດງານແຂວງຫົວພັນ ໄດ້ແບ່ງປັນຄວາມຫຍຸ້ງຍາກຂອງແຂວງແທັງຮ໊ວາ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງສອງແຂວງສືບຕໍ່ສາມັກຄີ, ຊ່ວຍເຫຼືອກັນຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

leftcenterrightdel
ສະຫາຍ ຟ້າມທິແທັງຖຸຍ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງແທັງຮ໊ວາ  ຮັບເງິນຈຳນວນ 100 ລ້ານດົ່ງໂດຍແຂວງຫົວພັນ ຊ່ວຍເຫຼືອແຂວງແທັງຮ໊ວາ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ຟານງາ.

ຕາງໜ້າການນຳແຂວງແທັງຮ໊ວາ, ສະຫາຍ ຟ້າມທິແທັງຖຸຍ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຂອງຂວັນໂດຍອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງຫົວພັນ ມອບໃຫ້. ພ້ອມທັງຢັ້ງຢືນວ່າ ນີ້ແມ່ນແຫຼ່ງປຸກລະດົມກຳລັງໃຈຢ່າງທັນການ, ຊ່ວຍອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮ໊ວາ ເພີ່ມແຫຼ່ງກຳລັງຕື່ມອີກເພື່ອປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ສະຫາຍ ຟ້າມທິແທັງຖຸຍ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງແທັງຮ໊ວາ ຝາກຈົດໝາຍຂອບໃຈອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງຫົວພັນ. ພາບ: ຟານງາ.

ສະຫາຍ ຟ້າມທິແທັງຖຸຍ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານອົງຄະນະພັກແຂວງຫົວພັນ, ປະຊາຊົນບັນດາເຜົ່າແຂວງຫົວພັນ ຈະສືບຕໍ່ຍາດໄດ້ຜົນງານໃໝ່, ອັນໃຫຍ່ຫຼວງກວ່າອີກ, ປະກອບສ່ວນສ້າງສາປະເທດລາວໃຫ້ສວຍງາມ, ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

ໂດຍ: ແສງເດືອນ