ກ່ອນໜ້ານີ້, ໂດຍໄດ້ຮັບການຕົກລົງເຫັນດີຂອງການນຳກະຊວງຕຳຫຼວດຂອງສອງປະເທດ, ກະຊວງຕຳຫຼວດຫວຽດນາມ ໄດ້ມີແຜນນະໂຍບາຍລົງທຶນກໍ່ສ້າງສໍານັກງານ ປກສ 232 ແຫ່ງຢູ່ຕາມບ້ານ ແລະກຸ່ມບ້ານທີ່ມີຊາຍແດນຕິດກັບຫວຽດນາມ ໃຫ້ກະຊວງ ປກສ ລາວ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: cand.com.vn

ດ້ວຍແຜນນະໂຍບາຍດັ່ງກ່າວ, ແຂວງເຊກອງ ມີເມືອງດັກຈຶງ ແລະເມືອງກະລຶມ ເຊິ່ງມີເສັ້ນຊາຍແດນຕິດກັບເມືອງນາມຢາງ ແລະໄຕຢາງ, ກອງບັນຊາການຕຳຫຼວດແຂວງກວ໋າງນາມ ແລະກອງບັນຊາການ ປກສ ແຂວງເຊກອງ ໄດ້ດຳເນີນການພົບປະເຈລະຈາ, ປຶກສາຫາລື ແລະກຳນົດຈຳນວນ ແລະຊື່; ທີ່ຕັ້ງ, ຂອບຂະໜາດ, ເນື້ອທີ່, ລັກສະນະດ້ານນິຕິກໍາຂອງທີ່ຕັ້ງຂອງດິນ ແລະຕົກລົງເຫັນດີກ່ຽວກັບວິທີການສົມທົບ ແລະໜູນຊ່ວຍໃນໄລຍະກໍ່ສ້າງສໍານັກງານ ປກສ ບ້ານ, ກຸ່ມບ້ານ ເພື່ອຜັນຂະຫຍາຍຢ່າງທັນການ ແລະມີປະສິດທິຜົນ.

ຄຽງຂ້າງນັ້ນ, ແຂວງກວ໋າງນາມ ໄດ້ມີແຜນນະໂຍບາຍລົງທຶນກໍ່ສ້າງສໍານັກງານກອງບັນຊາການ ປກສ ເມືອງດັກຈຶງ, ແຂວງເຊກອງ (ລາວ) ດ້ວຍແຜນອອກແບບເຮືອນ 1 ຊັ້ນ, ເນື້ອທີ່ 800 ຕາແມັດ ຍອດຈຳນວນເງິນປະມານ 11 ຕື້ດົ່ງ; ຄາດວ່າຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ 2022.

ທີ່ການພົບປະເຈລະຈາ, ກອງບັນຊາການຕຳຫຼວດແຂວງກວ໋າງນາມ ແລະກອງບັນຊາການ ປກສ ແຂວງເຊກອງ ໄດ້ປຶກສາຫາລືວາງມາດຕະການເພື່ອແກ້ໄຂຂໍ້ຕິດຂັດ ແລະຄວາມຫຍຸ້ງຍາກກ່ຽວກັບເອກະສານທີ່ດິນ, ເງື່ອນໄຂການຈະລາຈອນ, ຂົນສົ່ງ, ໄຟຟ້າ, ນ້ຳປະປາ,... ຜ່ານນັ້ນຊອກໄດ້ວິທີການລະອຽດ ເພື່ອລາຍງານຕໍ່ຂັ້ນເທິງ.

ໂດຍ: ທະນາພອນ