leftcenterrightdel
ທ່ານ ຫວໍຈ້ອງຫາຍ ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ເປັນປະທານກອງປະຊຸມສໍາມະນາທາງໄກຢູ່ຮ່າຕິ້ງ. ພາບ: baophapluat.vn.

ກອງປະຊຸມສຳມະນາໄດ້ຈັດຂຶ້ນທາງໄກໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຫະສະມາຄົມ, ວິສາຫະກິດຫວຽດນາມ ແລະລາວ ເກືອບ 1.000 ແຫ່ງ... ທີ່ກອງປະຊຸມ, ຜູ້ແທນທັງສອງຝ່າຍໄດ້ວິໄຈຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດແຂວງຮ່າຕິ້ງ ດ້ວຍພາລະບົດບາດທີ່ເປັນໃຈກາງໃນທາງທິດເໜືອຂອງພາກກາງ, ເປັນຊ່ອງປະຕູນຳເຂົ້າ ແລະສົ່ງອອກໄປຍັງຕະຫຼາດຂອງ ສປປ ລາວ ແລະພາກຕາເວັນອອກສ່ຽງເໜືອຂອງໄທ, ຜ່ານບັນດາດ່ານຊາຍແດນສາກົນ, ພ້ອມທັງຊີ້ໃຫ້ເຫັນທ່າແຮງຂອງລະບົບ ICD,  ໂຄງການທີ່ເຊື່ອມຕໍ່ຈາກເຂດເສດຖະກິດສໍາຄັນຂອງລາວ ກັບຮ່າຕິ້ງ ດ້ວຍທາງລົດໄຟ, ທາງບົກ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຂອງແຂວງ ໃນໄລຍະຈະມາເຖິງ..

ໂດຍ: ໄຊຊະນະ