ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີ ແລະມີການເຂົ້າຮ່ວມຂອງທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາ ສສ.ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າຂອງບາງຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ. ຕາມນັ້ນແລ້ວ, ເພື່ອແບ່ງປັນກັບ ລາວ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອດ່ວນໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ ຈໍານວນເງິນ 2.150.000USD ແລະວັດຖຸອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງ.

leftcenterrightdel
ບັນຍາກາດທີ່ພິທີມອບສັນຍາລັກອຸປະກອນການແພດ ແລະເງິນຊ່ວຍເຫຼືອ ລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: vov.v.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນກ໊ວກຢຸ້ງ ຂອບໃຈການເອົາໃຈໃສ່ຂອງລັດຖະບານລາວ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ລາວ; ຕີລາຄາສູງເລື່ອງລັດຖະບານ ລາວ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ຄະນະທູຕານຸທູດ, ຊາວຕ່າງປະເທດ, ໃນນັ້ນມີພະນັກງານ, ພາລະກອນບັນດາອົງການຜູ້ຕາງໜ້າ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ ເຖິງວ່າ ຫວຽດນາມ ພວມປະສົບຄວາມຫຍຸ້ງຍາກ ຍ້ອນຕ້ອງຮັບມືກັບພະຍາດໂຄວິດ-19 ຄັ້ງທີ 4 ກໍ່ຕາມແຕ່ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍໃຫ້ຄວາມສົນໃຈ, ແບ່ງປັນ ແລະຊ່ວຍເຫຼືອ ພັກ, ລັດ ແລະປະຊາຊົນ ລາວ ໃນຕະຫຼອດໄລຍະຜ່ານມາ, ສະແດງໃຫ້ເຫັນການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ. ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ມອບອຸປະກອນການແພດ ແລະເງິນຊ່ວຍ ລາວ ຮັບມືກັບພະຍາດໂຄວິດ-19 ຮອບໃໝ່, ທ່ານ ແສງເພັດ ຮຸ່ງບຸນຍວງ ເຊື່ອໝັ້ນວ່າ ດ້ວຍການຊ່ວຍເຫຼືອຢ່າງທັນການ ແລະລໍ້າຄ່າຂອງຫວຽດນາມ ຈະຊ່ວຍໃຫ້ລາວ ຜ່ານຜ່າໂລກລະບາດໃນຄັ້ງນີ້.

ໂດຍ: ໄຊຊະນະ