ເສີມຂະຫຍາຍຈິດໃຈຮັບຜິດຊອບ, ມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ເວົ້າລວມ, ລະຫວ່າງແຂວງກວ໋າງບິ່ງ ແລະແຂວງຄໍາມ່ວນ ເວົ້າສະເພາະ, ວັນທີ 11 ຕຸລາ, ແຂວງກວ໋າງບິ່ງ ກໍ່ໄດ້ຈັດສົ່ງຄະນະແພດໝໍໄປຊ່ວຍແຂວງຄໍາມ່ວນ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນສະພາບທີ່ພະຍາດພວມຜັນແປຢ່າງສັບສົນຢູ່ທ້ອງຖິ່ນນີ້.

leftcenterrightdel
ຄະນະແພດໝໍແຂວງກວ໋າງບິ່ງ ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ. ພາບ: ຊວນເຊີນ.

ຄະນະແພດໝໍຂອງແຂວງກວ໋າງບິ່ງ ລວມມີສະມາຊິກ 11 ຄົນ, ນັ້ນແມ່ນພະນັກງານຈາກພະແນກ, ຂະແໜງການ ແລະສູນຄວບຄຸມພະຍາດຂັ້ນແຂວງພ້ອມກັບລະບົບເຄື່ອງວິເຄາະ RT-PCR, ອຸປະກອນຮັບໃຊ້ໃຫ້ແກ່ການວິເຄາະ ແລະອຸປະກອນການແພດຫຼາຍຢ່າງທີ່ທັນສະໄໝເພື່ອຊ່ວຍແຂວງຄໍາມ່ວນ ວິເຄາະຫາເຊື້ອພະຍາດໂຄວິດ-19, ປະກອບສ່ວນຈໍາກັດ ແລະຄວບຄຸມພະຍາດ.

ພາຍຫຼັງວິເຄາະທຸກກໍລະນີທີ່ໄດ້ສຳຜັດກັບຜູ້ຕິດເຊື້ອຢູ່ເຂດຈຳກັດບໍລິເວນແຫ່ງຕ່າງໆ, ຄະນະແພດໝໍໄດ້ສົມທົບກັບທີມງານສະເພາະກິດແຂວງຄຳມ່ວນ ຜັນຂະຫຍາຍການເບິ່ງແຍງດູແລ, ປິ່ນປົວພະຍາດໃຫ້ກໍລະນີທີ່ສະແດງອາການ ແລະຕິດເຊື້ອໜັກ, ພ້ອມທັງຍູ້ໄວການເກັບຕົວຢ່າງໃນຊຸມຊົນມາກວດວິເຄາະ.

ມາຮອດປະຈຸບັນ, ຄະນະແພດໝໍໄດ້ວິເຄາະປະມານ 5.000 ຕົວຢ່າງ, ພົບຜູ້ຕິດໄວຣັດ SARS-CoV-2 ຫຼາຍຮ້ອຍຄົນ; ດ້ວຍຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງຖັນແຖວພະນັກງານສອງຝ່າຍ, ແຂວງຄໍາມ່ວນ ຈະຈໍາກັດ, ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໄດ້ໂດຍໄວ. ຕາມແຜນການແລ້ວ, ຄະນະແພດໝໍຂອງແຂວງກວ໋າງບິ່ງ ຈະສືບຕໍ່ປະຕິບັດວຽກງານທີ່ໄດ້ຮັບການມອບໝາຍ ແລະຄາດວ່າວັນທີ 25 ຕຸລາ ຈຶ່ງຈະສຳເລັດ ແລະກັບຄືນປະເທດ.

ໂດຍ: ຈາງຫງວຽນ