ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານ ຈ້ຽວມີງຊ໊ຽດ ໃຫ້ຮູ້ວ່າ ເມືອງເມື່ອງລາດ ເປັນເມືອງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 6 ຄົນ, ທາງເມືອງໄດ້ແຍກປ່ຽວ ແລະປິ່ນປົວ, ປະຈຸບັນເມືອງກໍາລັງສຸມໃສ່ທຸກແຫຼ່ງກຳລັງໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ດັ້ງຈູງ.

ອໍານາດການປົກຄອງ ແລະປະຊາຊົນເມືອງເມື່ອງລາດ ປາດຖະໜາຢາກຮ່ວມແຮງຮ່ວມໃຈ ແລະປະກອບເຫື່ອແຮງກັບອຳນາດການປົກຄອງ ແລະປະຊາຊົນເມືອງສົບເບົາ  ແລະເມືອງວຽງໄຊ (ແຂວງຫົວພັນ) ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

ຕາງໜ້າການນຳຂອງສອງເມືອງສົບເບົາ ແລະເມືອງວຽງໄຊ ໄດ້ສະແດງຄວາມຂອບໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງເມື່ອງລາດ ທີ່ໄດ້ສົ່ງຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນນ້ຳໃຈສາມັກຄີອ້າຍນ້ອງ, ຄວາມເອົາໃຈໃສ່ ແລະການແບ່ງປັນ. ມາຮອດປັດຈຸບັນ, ເມືອງສົບເບົາ ແລະເມືອງວຽງໄຊ ຍັງບໍ່ມີກໍລະນີຕິດເຊື້ອພະຍາດນັບຕັ້ງແຕ່ເກີດພະຍາດໂຄວິດ-19 ໃນສອງປີມານີ້.

ການນຳສອງເມືອງສົບເບົາ ແລະເມືອງວຽງໄຊ ປາດຖະໜາຢາກໄດ້ຮັບການຊ່ວຍເຫຼືອ ແລະແບ່ງປັນບົດຮຽນຈາກເມືອງເມື່ອງລາດ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະສືບຕໍ່ສ້າງສາຍພົວພັນໃຫ້ແໜ້ນແຟ້ນ ແລະນັບມື້ນັບສະໜິດຕິດພັນກວ່າເກົ່າ.

ໂດຍ: ທະນາພອນ