leftcenterrightdel
ບັນຍາກາດກອງປະຊຸມສຳມະນາທີ່ສະຖານທີ່ເຊື່ອມຕໍ່ຫໍສະພາແຫ່ງຊາດ. ພາບ: ໂຮ່ເຮືອງ

ກ່າວຄຳເຫັນໄຂກອງປະຊຸມສຳມະນາທາງໄກ, ທ່ານ ເລກວາງຮຸຍ ປະທານກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດຫວຽດນາມ, ຢືນຢັນວ່າ ການເຄື່ອນໄຫວວັດແທກ ແລະແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນພິເສດ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮັບໃຊ້ການວາງແຜນກຳນົດ, ຄຸ້ມຄອງຜືນແຜ່ນດິນ, ຕິດຕາມກວດກາຊັບພະຍາກອນ, ສິ່ງແວດລ້ອມ; ການປ້ອງກັນ, ຕ້ານໄພທຳມະຊາດ ແລະກູ້ຊີບ-ກູ້ໄພ; ປະກອບສ່ວນປົກປັກຮັກສາ ແລະຢັ້ງຢືນອະທິປະໄຕຜືນແຜ່ນດິນຂອງປະເທດຊາດ. ສະພາແຫ່ງຊາດລາວ ພວມຄົ້ນຄວ້າ, ກະກຽມໃຫ້ແກ່ການພິຈາລະນາ, ປະກາດໃຊ້ກົດໝາຍຈຳນວນໜຶ່ງຄືກົດໝາຍວ່າດ້ວຍການວັດແທກ ແລະແຜນທີ່, ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ. ສະນັ້ນ, ຝ່າຍລາວ ຈຶ່ງຢາກສຶກສາ, ທາບທາມບົດຮຽນຈາກຫວຽດນາມ.

ຕອນບ່າຍວັນທີ 18 ຕຸລາ, ກຳມາທິການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາກຳມາທິການຂອງສະພາແຫ່ງຊາດລາວ ຈັດກອງປະຊຸມສຳມະນາທາງໄກ ເພື່ອແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ.

ໂດຍ: ທະນາພອນ