leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ການພົບປະຄັ້ງນີ້ເປັນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະນະຄອນຫຼວງວຽງຈັນ ແລະນະຄອນໂຮ່ຈີມິນ ພ້ອມນັ້ນ ໄດ້ລາຍງານສະພາບຄວາມຫຍຸ້ງຍາກ ສິ່ງທ້າທາຍ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ບາງຜົນງານພົ້ນເດັ່ນຂອງການພັດທະນາ ນວ ແລະນະຄອນໂຮ່ຈີມິນໃຫ້ແກ່ກັນຊາບ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ພ້ອມທັງຮ່ວມກັນວາງແຜນການຮ່ວມມືນຳກັນໃນຕໍ່ໜ້າ.

ໃນການພົບປະຄັ້ງນີ້ ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ລາຍງານໝາກຜົນສະພາບການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະນະຄອນໂຮ່ຈີມິນ ໄລຍະຜ່ານມາເຊິ່ງໄດ້ຕີລາຄາສູງຕໍ່ການຮ່ວມມືດັ່ງກ່າວ ຫຼາຍເນື້ອໃນບົດບັນທຶກໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໄດ້ສົ່ງເສີມສາຍພົວພັນມິດຕະພາບແບບພິເສດຂອງສອງພັກ-ສອງລັດ ແລະປະຊາຊົນສອງຊາດ ກໍຄືປະຊາຊົນສອງນະຄອນ ການຊ່ວຍເຫຼືອຂອງນະຄອນໂຮ່ຈີມິນ ມີຫຼາຍໂຄງການ ແລະມີມູນຄ່າມະຫາສານ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານປົກປັກຮັກສາ ແລະສ້າງສາພັດທະນາ ນວ ໃຫ້ນັບມື້ເປັນຮູບປະທໍາຍິ່ງໆຂຶ້ນ ແຕ່ກໍຍັງມີບາງສະພາບທີ່ບໍ່ເອື້ອອຳນວຍເຮັດໃຫ້ບາງເນື້ອໃນຂອງບົດບັນທຶກບໍ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍຕາງໜ້າໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຂໍສະເໜີການຮ່ວມມື ແລະແລກປ່ຽນບົດຮຽນບາງຂະແໜງການທີ່ເຮັດໄດ້ດີ ແລະມີຄວາມເຂັ້ມແຂງຈຳນວນໜຶ່ງ ເພື່ອເປັນທິດທາງການຮ່ວມມືຂອງສອງນະຄອນໃນຕໍ່ໜ້າ, ພາຍຫຼັງຄະນະຜູ້ແທນຂັ້ນສູງທັງສອງນະຄອນພົບປະສໍາເລັດແລ້ວອົງການປົກຄອງ ນວ ແລະຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ເຊັນບົດບັນທຶກຮ່ວມມືໄລຍະປີ 2021-2025 ຈາກນັ້ນ ກຸ່ມບໍລິສັດໄຊງ່ອນທ່ອງທ່ຽວ ໄດ້ມອບປ້າຍທຶນການສຶກສາ 5 ທຶນ ມູນຄ່າ 1,5 ຕື້ດົງ ໃຫ້ແກ່ນະຄອນຫຼວງວຽງຈັນ ຕາງໜ້າຮັບໂດຍສະຖານກົງສູນໃຫຍ່ປະເທດລາວ ປະຈຳນະຄອນໂຮ່ຈີມິນ ສສ ຫວຽດນາມ.

ໂດຍ: ຂັນທະວີ