ຄາດວ່າ ວັນທີ 11 ຕຸລາ, ຄະນະປະຕິບັດງານແຂວງກວ໋າງບິ່ງ ຈະໄປຍັງແຂວງຄຳມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ. ໃນເວລາ 15 ມື້ທີ່ເຂົ້າຮ່ວມການໜູນຊ່ວຍຢູ່ໃນແຂວງຂອງປະເທດເພື່ອນ, ສະມາຊິກໃນຄະນະປະຕິບັດງານແຂວງກວ໋າງບິ່ງ ຈະເຂົ້າຮ່ວມການກວດຫາເຊື້ອພະຍາດໂຄວິດ-19  ແລະວຽກງານປ້ອງກັນ, ຕ້ານໂລກລະບາດໂດຍກົງ ເພື່ອກວດພົບຜູ້ຕິດເຊື້ອໂດຍໄວ, ຄຸ້ມຄອງຢ່າງແທດເໝາະ, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢ່າງມີປະສິດທິຜົນປະກອບສ່ວນຈໍາກັດການແຜ່ລະບາດ ແລະມຸ່ງໄປເຖິງການຄວບຄຸມໄດ້ສະພາບໂລກລະບາດ. ພ້ອມກັນນັ້ນ, ຄະນະກໍ່ແບ່ງປັນບົດຮຽນທີ່ຖອດຖອນໄດ້ໃນວິວັດການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງແຂວງກວ໋າງບິ່ງ ເພື່ອຮ່ວມແຮງຮ່ວມໃຈຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

leftcenterrightdel
ການນໍາແຂວງກວ໋າງບິ່ງ ມອບດອກໄມ້ ແລະຖ່າຍຮູບກັບສະມາຊິກໃນຄະນະປະຕິບັດງານ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະປະຕິບັດງານນຳໂດຍທ່ານ ຫງວຽນແທງຊວນ, ຮອງຫົວໜ້າພະແນກພົວພັນຕ່າງປະເທດ ພ້ອມດ້ວຍສະມາຊິກແມ່ນພະນັກງານ, ພາລະກອນທີ່ມີທາດແທ້ຄຸນສົມບັດ, ລະດັບວິຊາສະເພາະດີ, ມີສີມືເກັ່ງ ແລະມີປະສົບການໃນການເຮັດວຽກຢູ່ສູນຄວບຄຸມພະຍາດຂອງແຂວງ (ພະແນກສາທາລະນະສຸກແຂວງກວ໋າງບິ່ງ), ກອງບັນຊາການທະຫານແຂວງ ແລະກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.

ຄະນະປະຕິບັດງານແຂວງກວ໋າງບິ່ງ ໄດ້ກະກຽມເອົາອຸປະກອນການແພດຄົບຊຸດໄປນຳ, ເພື່ອປະກອບສ່ວນໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ໃນແຂວງຂອງປະເທດເພື່ອນ.

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ໄດ້ສົ່ງຈົດໝາຍຊົມເຊີຍແຂວງກວ໋າງບິ່ງ ກ່ຽວກັບຜົນສຳເລັດອັນສຳຄັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ພ້ອມທັງສະແດງຄວາມຂອບໃຈຢ່າງເລິກເຊິ່ງເຖິງການນໍາ ແລະປະຊາຊົນແຂວງກວ໋າງບິ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ແບ່ງປັນຢ່າງທັນການໃນຂະບວນການປ້ອງກັນ, ຕ້ານໂລກລະບາດໃຫ້ແຂວງຄໍາມ່ວນ.

ໂດຍ: ທະນາພອນ