ແພດໝໍລາວ ສະໝັກເຂົ້າຮ່ວມການຕ້ານພະຍາດຢູ່ໂຮງໝໍປິ່ນປົວໂຄວິດ-19
ກປ.ອອນໄລ - ໂຮງໝໍປິ່ນປົວພະຍາດໂຄວິດ-19 ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ຢູ່ທີ່ນ້ີຫາກໍ່ຮັບເອົາແພດໝໍອາສາສະໝັກ 5 ຄົນ ມາເຂົ້າຮ່ວມການຕ້ານໂລກລະບາດ ຢູ່ໂຮງໝໍປິ່ນປົວໂຄວິດ-19. ໃນນ້ັນມີຄົນໜ່ຶງຖືສັນຊາດລາວ.
ແພດໝໍທີ່ຖືສັນຊາດລາວ ແມ່ນທ້າວ ຄຳສຸກ ຫຼວງພົມມະແສງ, ຮຽນຈົບມະຫາວິທະຍາໄລການແພດການຢາເຫວ້, ພວມເຂົ້າຮ່ວມຊຸດຮຽນ 18 ເດືອນຢູ່ໂຮງໝໍເຈິເຣີ໋ຍ ເພື່ອຍົກລະດັບຄວາມຮູ້. ເຖິງຢ່າງໃດກໍ່ຕາມ, ຫາກໍ່ຮຽນໄດ້ພຽງແຕ່ 2 ເດືອນ ພະຍາດໂຄວິດ-19 ກໍ່ແຜ່ລະບາດຢູ່ນະຄອນໂຮ່ຈີມິນ. ທ້າວ ຄໍາສຸກ ໄດ້ພ້ອມກັບເພື່ອນຈົດທະບຽນ ແລະສະໝັກເຂົ້າຮ່ວມຕ້ານໂລກລະບາດຢູ່ໂຮງໝໍເຈິເຣີ໋ຍ, ດ້ວຍໜ້າທີ່ໜູນຊ່ວຍແພດໝໍເບິ່ງແຍງດູແລຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ພະແນກສຸກເສີນ.
    |
 |
ແພດ ຄຳສຸກ ຫຼວງພົມມະແສງ (ເບື້ອງຊ້າຍ) ເຂົ້າຮ່ວມໜູນຊ່ວຍແພດໝໍຢູ່ໂຮງໝໍປິ່ນປົວໂຄວິດ-19. ພາບ: ກິມຢູງ. |
ແພດ ຄຳສຸກ ໃຫ້ຮູ້ວ່າ ໄດ້ດຳລົງຊີວິດ ແລະຮ່ຳຮຽນຢູ່ຫວຽດນາມ ມາຫຼາຍປີແລ້ວ, ເຖິງວ່າຄິດຮອດຄອບຄົວ, ບ້ານເກີດເມືອງນອນກໍ່ຕາມ ແຕ່ຕົນເອງກໍ່ບໍ່ກັບບ້ານ, ມີແຕ່ໂອ້ລົມກັບຍາດຕິພີ່ນ້ອງຜ່ານທາງໂທລະສັບ. ຂ້າພະເຈົ້າ ຢາກປະກອບສ່ວນນ້ຳໃຈ ແລະກຳລັງເຫື່ອແຮງຂອງຕົນເພື່ອຊ່ວຍເຫຼືອຜູ້ຕິດເຊື້ອພະຍາດໂຄວິດ-19: ໃນໄລຍະທີ່ພະຍາດໂຄວິດ-19 ກຳລັງແຜ່ລະບາດນີ້, ຂ້າພະເຈົ້າຢາກຊ່ວຍແພດໝໍຢູ່ຫວຽດນາມ.
ໂດຍ: ສົມເພັດ