ວັດຖຸອຸປະກອນດັ່ງກ່າວ, ແມ່ນທາງສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ ໄດ້ມີການປະສານສົມທົບກັບຜູ້ປະກອບການນັກລົງທຶນ ແລະສະມາຄົມຫວຽດນາມ ແຂວງຈໍາປາສັກ ກໍ່ຄື  ພໍ່ແມ່, ປະຊາຊົນຊາວຫວຽດນາມ ເພື່ອປະກອບສ່ວນແກ່ວຽກງານປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນີ້, ກໍ່ເພື່ອເປັນການສະເຫລີມມສະຫລອງວັນຊາດຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ ແລະ 2 ວັນປະຫວັດສາດ ລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຄົບຮອບ 45 ປີ.

leftcenterrightdel
ນັກທຸລະກິດ ແລະສະມາຄົມຫວຽດນາມ ມອບເສື່ອ-ຕຽງນອນໃຫ້ແຂວງຈຳປາສັກ. ພາບ: kpl.gov.la

ພີທີມອບ-ຮັບ ດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງຈໍາປາສັກ, ເປັນກຽດກ່າວມອບໂດຍ ທ່ານ ບຸ໋ຍເຖຢູງ ຫົວໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ແລະ ໃຫ້ກຽດກ່າວຮັບຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີຄະນະນໍາຂອງແຂວງ, ສະມາຄົມຫວຽດນາມ ແຂວງຈໍາປາສັກ, ນັກທຸລະກິດຫວຽດນາມ ທີ່ມາລົງທຶນຢູ່ແຂວງຈໍາປາສັກ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງພັກ-ລັດ ກໍ່ຄື ປະຊາຊົນຊາວຫວຽດນາມ ແລະຜ່ານມາແຂວງຈຳປາສັກ ໄດ້ຮັບການຊ່ວຍເຫລືອ ເປັນເງິນ, ວັດຖຸ ຈາກ 16 ແຂວງ ແລະ 3 ນະຄອນ ຂອງ ສສ ຫວຽດນາມ ຫລາຍກວ່າ 5 ຕື້ດົງ. ພ້ອມນັ້ນ, ທາງນັກທຸລະກິດຜູ້ປະກອນການຊາວຫວຽດນາມ ຢູ່ ແຂວງຈຳປາສັກ ພາຍໃຕ້ການນຳພາຂອງກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ໄດ້ນຳເອົານ້ຳຈິດນ້ຳໃຈໃຫ້ການຊ່ວຍເຫລືອແຂວງຈຳປາສັກ ເກືອບ 1 ຕື້ກີບ. ພິເສດ, ມື້ນີ້ແມ່ນໄດ້ນໍາເອົາຕຽງນອນປິ່ນປົວຄົນເຈັບ 530 ໜ່ວຍ ແລະເສື່ອນອນ 300 ຜືນ, ລວມມູນຄ່າ 400.000.000 ກີບ ແມ່ນເປັນນ້ຳໃຈອັນປະເສີດທີ່ສຸດ ແລະເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື 16 ແຂວງ, 3 ນະຄອນ ແລະແຂວງຈຳປາສັກ ຈະສືບຕໍ່ຮ່ວມມື ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວ ໃຫ້ຄົງຢູ່ກັບປະຊາຊົນ 2 ຊາດຕະຫລອດໄປ.

ໂດຍ: ທັດຊະນະ - ຂປລ