ກໍາລັງຂອງປະເທດເພື່ອນມິດລາວ ສັງກັດກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ເດີນທາງມາຮອດຫຼັກໝາຍຊາຍແດນແຫ່ງຊາດທີ 207, ດ່ານຊາຍແດນຈ່ຽງເຄືອງ ເພື່ອອວຍພອນ ແລະມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ, ເມືອງລ້ານ ແລະເມືອງກາຍ ສັງກັດກອງບັນຊາການທະຫານຊາຍແດນແຂວງເຊີນລາ.

leftcenterrightdel
ການນໍາຄ້າຍທະຫານຊາຍແດນດ່ານຊາຍແດນຈ່ຽງເຄືອງ ຮັບຂອງຂວັນອວຍພອນວັນຊາດຫວຽດນາມ ຂອງກອງຮ້ອຍ 212 ຢູ່ຫຼັກໝາຍຊາຍແດນແຫ່ງຊາດ 207. ພາບ: nhandan.vn.

ພ້ອມກັນນັ້ນ, ກຳລັງຂອງປະເທດເພື່ອນມິດລາວ ຍັງໄດ້ໄປອວຍພອນບັນດາຕາແສງຊາຍແດນຢູ່ໃນເມືອງຊົງມ້າ. ໃນວັນດຽວກັນ, ກອງຮ້ອຍທະຫານຊາຍແດນ 213, ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ ກໍ່ໄດ້ໄປຮອດຫຼັກໝາຍຊາຍແດນແຫ່ງຊາດ 230 ອວຍພອນຄ້າຍທະຫານຊາຍແດນຈ່ຽງອອນ, ເມືອງອຽນເຈົາ.

ຢູ່ສະຖານທີ່ພົບປະຕ່າງໆ, ກໍາລັງປ້ອງກັນຊາຍແດນຂອງເພື່ອນລາວ ແລະຜູ້ຕາງໜ້າບັນດາຄ້າຍທະຫານຊາຍແດນແຂວງເຊີນລາ ໄດ້ຢືນຢັນອີກຄັ້ງໜຶ່ງເຖິງສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ນີ້ແມ່ນສາຍພົວພັນແບບພິເສດທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ, ບັນດາກໍາລັງ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ, ເປັນຊັບສົມບັດລວມອັນລໍ້າຄ່າຂອງປະຊາຊົນສອງຊາດເວົ້າລວມ ແລະຂອງກໍາລັງປ້ອງກັນຊາຍແດນຂອງສອງແຂວງເຊີນລາ - ຫົວພັນ ເວົ້າສະເພາະ.

ເນື້ອງໃນໂອກາດນີ້, ບັນດາຝ່າຍໄດ້ຕົກລົງເຫັນດີເປັນເອກະພາບໃນການເພີ່ມທະວີການຄຸ້ມຄອງເສັ້ນຊາຍແດນຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງສອງແຂວງເວົ້າສະເພາະ ແລະຂອງສອງປະເທດເວົ້າລວມ ຢ່າງມີໄຊ.

ໂດຍ: ທະນາພອນ