ຢຸດເຮັດວຽກດຽວນີ້, ທ່ານຮ້ອຍເອກພິເສດ ໂຮ່ດຶກແທັງ ພ້ອມກັບໝູ່ຄົນໜຶ່ງຂອງທີມລົດຕັງກອງທັບ ປະຊາຊົນລາວ, ຜູ້ທີີ່ເຄີຍສຶກສາເປັນນາຍທະຫານລົດຕັງ-ຍານເກາະ 4 ປີ ຢູ່ຫວຽດນາມ  ສະນັ້ນອ້າຍຈຶ່ງມີຄວາມຄ່ອງແຄ້ວດ້ານພາສາຫວຽດ, ໄດ້ແລ່ນມາບ່ອນລົດຕັງຂອງທີມກອງທັບປະຊາຊົນລາວ ພ້ອມດ້ວຍເຄື່ອງປະຖົມພະຍາບານຄົບຊຸດ.

leftcenterrightdel
ເມື່ອລ້າງ ແລະ ພັນບາດແຜແລ້ວ, ທ່ານຮ້ອຍເອກພິເສດ ໂຮ່ດຶກແທັງ ກໍ່ສະແດງຄວາມຍິນດີກັບສະມາຊິກຂອງທີມລົດຕັງກອງທັບປະ ຊາຊົນລາວ. ພາບ: ຫາຍດັງ.

ຮ້ອຍເອກພິເສດ ໂຮ່ດຶກແທັງ ເລົ່າຄືນສູ່ຟັງວ່າ “ໃນຂະນະທີ່ດຳເນີນການບຳລຸງຮັກສາລົດຕັງຢູ່ນັ້ນ, ຕີນຂວາຂອງເພື່ອນໄປຢຽບເອົາຕະປູຍາວ,  ບາດແຜມີເຫຼັກຕິດຢູ່ຫຼາຍ, ຈະຕິດເຊື້ອໄດ້ງ່າຍທີ່ສຸດ”.  ເມື່ອເປັນແບບນັ້ນ, ອ້າຍແທັງ ໄດ້ບອກໃຫ້ເພື່ອນນັ່ງລົງແລ້ວເອົາຕີນຂວາກ່າຍໃສ່ແກັດເຄື່ອງອຸປະກອນເພື່ອເອົານ້ຳຢາຂ້າເຊື້ອລ້າງບາດ ແລະພັນບາດແຜໃຫ້.

ຮ້ອຍເອກພິເສດ ໂຮ່ດຶກແທັງ ເວົ້າວ່າ ມື້ 1 ຫຼື 2 ມື້, ເພື່ອນກໍ່ສາມາດເຂົ້າຮ່ວມການແຂ່ງຂັນໄດ້ແລ້ວ, ຍ້ອນວ່າຮອຍບາດແຜໄດ້ແກ້ໄຂຢ່າງທັນການ. ຂ້າພະເຈົ້າໄດ້ເອົາຢາຕ້ານເຊື້ອໃຫ້ເພື່ອນພ້ອມກັນແນະນຳວິທີໃຊ້ຢ່າງລະອຽດແລ້ວ.

ຈາກ Army Games 2020, ບັນດາສະມາຊິກຂອງທີມລົດຕັງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ຫຼາຍຄົນໄດ້ຮູ້ກັນ. ເຂົາເຈົ້າໄດ້ແລກປ່ຽນນຳກັນດ້ານວິຊາສະເພາະເປັນປະຈຳ, ໂອ້ລົມຕອນໄປກິນເຂົ້ານຳກັນ ຫຼືພົບປະຢູ່ສະໜາມຝຶກຊ້ອມ ແລະເຂດບຳລຸງຮັກສາ. ມີຮູບພາບໜຶ່ງທີ່ໃຜຕິດຕາມຮອບຊິງຊະນະເລີດກຸ່ມ 2  ການແຂ່ງຂັນລົດຕັງເຄື່ອນທ່ີໃນປີກາຍ ລ້ວນແຕ່ຕ້ືນຕັນໃຈເມື່ອຫົວໜ້າທີມລົດຕັງກອງທັບປະຊາຊົນລາວ ແມ່ນຜູ້ທຳອິດມາສະແດງຄວາມຊົມເຊີຍ, ອວຍພອນທີມລົດຕັງຂອງຫວຽດນາມ ເມື່ອລົດກ້າວເຂົ້າເຖິງຈຸດໝາຍ, ຍາດໄດ້ຫຼຽນ ຄຳຂອງການແຂ່ງຂັນ. ກ່ອນໜ້ານັ້ນ, ຖ້າວ່າທີມຂອງຫວຽດນາມ ແຂ່ງຂັນ ເພື່ອນລາວ ກໍ່ເຊຍຢ່າງຟົດຟື້ນຢູ່ເວທີ. ແລະເພື່ອຕອບສະໜອງຄືນ, ເມື່ອທີມລາວລົງແຂ່ງຂັນນັ້ນ, ບັນດານັກກິລາ ກໍ່ຄືຊາວຫວຽດນາມ ທີ່ອາໄສ ແລະສຶກສາຢູ່ສະຫະພັນລັດເຊຍ ກໍ່ເຊຍເຂົາເຈົ້າຢ່າງສຸດໃຈ.

ປີນີ້, ເມື່ອເຫັນຂ້າພະເຈົ້ານຸ່ງເສື້ອມີຮູບທຸງແດງດາວເຫຼືອງຢູ່ໂຮງແຮມພ້ອມກັບທີມກະກຽມເຮັດລະບຽບຮັບຫ້ອງນອນ, ທ່ານພັນເອກ ບຸນປອນ ລົມພະຈັນ, ຫົວໜ້າທີມລົດຕັງກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມຖາມຂ່າວ ທີມລົດຕັງກອງທັບປະຊາຊົນຫວຽດນາມ. ສອງສາມມື້ຕໍ່ມາ ທ່ານພັນເອກ ບຸນປອນ ໄດ້ມາຢືນໂອ້ລົມ, ລະດົມກຳລັງໃຈ ແລະອຳລາທີມເສນາຮັກ ແລະທີມເຮືອນຄົວກາງສະໜາມຂອງກອງທັບປະຊາຊົນຫວຽດນາມ ພ້ອມກັບທ່ານພົນຈັດຕະວາ ຟ້າມວັນຖ໊າຍ, ຫົວໜ້າກົມອົບຮົມ, ກົມໃຫຍ່ເສນາທິການ ຢູ່ດົນເຕີບກ່ອນທີ່ຈະອອກຈາກໂຮງແຮມ ເພື່ອໄປແຂ່ງຂັນຢູ່ ອຸຊະເບັກກິດສະຖານ. ໜູນຊ່ວຍ, ຊ່ວຍເຫຼືອກັນ, ລະດົມກຳລັງໃຈເຊິ່ງກັນ ແລະກັນຢູ່ບ້ານເພິ່ນເມືອງທ່ານ ດ້ວຍການກະທຳຄືດັ່ງກ່າວເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນ້ຳໃຈໄມຕີຈິດມິດຕະພາບທີ່ສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ ແລະລາວ.

ໂດຍ: ແສງເດືອນ