leftcenterrightdel
ຜູ້ແທນຕັດແຖບຜ້າຢູ່ພິທີເປີດນໍາໃຊ້ດ່ານສາກົນນາມຢາງ-ດາກຕະອອກ. ພາບ: ຮົ່ງແອັງ.

ທີ່ພິທີ, ຕາງໜ້າອໍານາດການປົກຄອງແຂວງເຊກອງ ໄດ້ປະກາດຂໍ້ຕົກລົງຂອງລັດຖະບານລາວ ວ່າດ້ວຍການອະນຸຍາດຍົກລະດັບດ່ານຊາຍແດນດາກຕະອອກໃຫ້ເປັນດ່ານສາກົນ. ຕາງໜ້າແຂວງກວ໋າງນາມ ກໍ່ໄດ້ປະກາດຂໍ້ຕົກລົງຂອງລັດຖະບານຫວຽດນາມ ວ່າດ້ວຍການຍົກລະດັບດ່ານຊາຍແດນນາມຢາງ ໃຫ້ເປັນດ່ານສາກົນ. ຄູ່ດ່ານຊາຍແດນນາມຢາງ-ດາກຕະອອກໄດ້ນໍາໃຊ້ເຄື່ອນໄຫວຢ່າງເປັນທາງການເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດເວົ້າລວມ ແລະສອງແຂວງເວົ້າສະເພາະ; ພິເສດແມ່ນແກ້ໄຂຄວາມຕ້ອງການສິນຄ້າ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະປະຊາຊົນສອງຝ່າຍປະຕິບັດເປົ້າໝາຍຄວບຄູທັງປ້ອງກັນ, ຕ້ານພະຍາດ, ທັງພັດທະນາເສດຖະກິດ-ສັງຄົມຢ່າງມີໄຊ.

leftcenterrightdel
ທ່ານ ຟານຫວຽດເກື່ອງ ມອບສັນຍາລັກເຂົ້າສານ 100 ໂຕນເຊິ່ງແມ່ນຂອງຂວັນຂອງລັດຖະບານຫວຽດນາມ ໜູນຊ່ວຍປະຊາຊົນບ້ານຊາຍແດນຂອງແຂວງເຊກອງ. ພາບ: ຮົ່ງແອັງ.

ທີ່ພິທີ, ທ່ານ ຟານຫວຽດເກື່ອງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວ໋າງນາມ ໄດ້ມອບສັນຍາລັກເຂົ້າສານ 100 ໂຕນເຊິ່ງແມ່ນຂອງຂວັນຂອງລັດຖະບານຫວຽດນາມ ໜູນຊ່ວຍປະຊາຊົນບ້ານຊາຍແດນຂອງແຂວງເຊກອງ.

ໂດຍ: ດັ້ງເກື່ອງ