ຫໍສະພາແຫ່ງຊາດລາວ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະແຫ່ງການກໍ່ສ້າງ ແລະພັດທະນາຂອງສອງປະເທດ. ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ. ໂຄງການດັ່ງກ່າວໄດ້ມອບໃຫ້ກະຊວງກໍ່ສ້າງເປັນເຈົ້າຂອງໂຄງການ ແລະແມ່ທັບນ້ອຍ 11 - ກະຊວງປ້ອງກັນປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ.

ຄາດຄະເນວ່າໃນຂອບເຂດການຢ້ຽມຢາມລາວໃນລະຫວ່າງວັນທີ 9-10 ສິງຫານີ້, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະມອບຫໍສະພາແຫ່ງຊາດຫຼັງໃໝ່ໃຫ້ລາວ. ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໄດ້ສໍາພາດທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ກ່ຽວກັບຄວາມໝາຍ, ຄວາມມານະພະຍາຍາມ ແລະການສົມທົບກັນລະຫວ່າງສອງປະເທດໃນໄລຍະກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄຊສົມພອນ ພົມວິຫານ. ພາບ: vov.vn.

ນັກຂ່າວ: ຮຽນທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່່ຂອງລາວ ທີ່ໄດ້ເປີດນໍາໃຊ້ແລ້ວ ແລະຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1¬ຂອງສະພາແຫ່ງຊາດລາວ ຊຸດທີ IX. ທ່ານປະທານສະພາແຫ່ງຊາດ ຕີລາຄາແນວໃດກ່ຽວກັບຄວາມໝາຍຂອງໂຄງການດັ່ງກ່າວ?

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ: ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນຂອງຂວັນທີ່ມີມູນຄ່າຢ່າງໃຫຍ່ຫຼວງໂດຍພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ; ມັນມີຄວາມໝາຍສໍາຄັນ, ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ ບົນເນື້ອໃນຈິດໃຈ “ເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງປັນກັນ”.

ເຖິງວ່າຫວຽດນາມ ກໍາລັງປະສົບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ດ້ວຍຈິດໃຈມິດສະຫາຍອ້າຍນ້ອງ, ຫວຽດນາມ ໄດ້ແບ່ງປັນແຫຼ່ງກໍາລັງຊ່ວຍເຫຼືອພັກ, ລັດ ແລະປະຊາຊົນລາວ ກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ດ້ວຍມູນຄ່າ 111,7 ລ້ານໂດລາສະຫະລັດ. ນີ້ແມ່ນສໍານັກງານທີ່ມີມູນຄ່າສູງ, ໄດ້ມອບໃຫ້ແມ່ທັບນ້ອຍ 11 ລົງມືກໍ່ສ້າງແຕ່ເດືອນ ກໍລະກົດ 2018.

ເລື່ອງກໍ່ສ້າງໂຄງການດັ່ງກ່າວແມ່ນມີຄວາມໝາຍສໍາຄັນຍິ່ງ, ໄດ້ດໍາເນີນໃນສະພາບການທີ່ສອງປະເທດກໍາລັງພະຍາຍາມຕ້ານການແຜ່ລະບາດຂອງພະຍາດທີ່ອັນຕະລາຍໂຄວິດ-19. ດ້ວຍຄວາມມານະພະຍາຍາມ ແລະຕັດສິນໃຈສູງຂອງສອງຝ່າຍ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ຈຶ່ງໄດ້ເປີດນໍາໃຊ້ຢ່າງທັນການ ແລະໄດ້ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດລາວຊຸດທີ IX  ໃນເດືອນ ມິນາ ຜ່ານມາ.

ນີ້ແມ່ນໜຶ່ງໃນບັນດາສັນຍາລັກທີ່ຫາຍາກໃນສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ອ້າຍນ້ອງພວກເຮົາ.

ນັກຂ່າວ: ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນໂຄງການພິເສດ, ໄດ້ຜັນຂະຫຍາຍການກໍ່ສ້າງໃນສະຖານະການທີ່ພິເສດທີ່ສຸດ. ສະນັ້ນຂໍຮຽນທ່ານປະທານສະພາແຫ່ງຊາດ ຕີລາຄາເປັນແນວໃດຕໍ່ຄວາມມານະພະຍາຍາມຂອງຖັນແຖວພະນັກງານ, ກໍາມະກອນຢູ່ສະຖານທີ່ກໍ່ສ້າງໃນໄລຍະເກີດພະຍາດໂຄວິດ-19?

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ: ຫໍສະພາແຫ່ງຊາດລາວ ຫຼັງໃໝ່ໄດ້ກໍ່ສ້າງໃນສະຖານະການເກືອບໝົດທຸກປະເທດໃນໂລກກໍາລັງປະເຊີນໜ້າກັບພະຍາດໂຄວິດ-19, ລາວ ແລະຫວຽດນາມ ແນ່ນອນກໍ່ບໍ່ສາມາດຫຼີກລ້ຽງໄດ້ຜົນກະທົບຕ່າງໆຈາກພະຍາດດັ່ງກ່າວ.

ສອງປະເທດໄດ້ຜັນຂະຫຍາຍປະຕິບັດມາດຕະການປ້ອງກັນ, ຕ້ານ ແລະແກ້ໄຂພະຍາດໂຄວິດ-19 ຢ່າງເຂັ້ມງວດ, ສິ່ງເຫຼົ່ານີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ວຽກງານກໍ່ສ້າງ, ຜັນຂະຫຍາຍໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່.

ໂດຍຮັບຮູ້ຄວາມໝາຍສໍາຄັນຢ່າງຈະແຈ້ງ, ຄວາມຈໍາເປັນຂອງໂຄງການ ແລະພິເສດແມ່ນຄວາມເອົາໃຈໃສ່ຂອງການນໍາຂັ້ນສູງສອງປະເທດບົນເນື້ອໃນຈິດໃຈສາມັກຄີໝັ້ນແກ່ນ, ສັດຊື່ບໍລິສຸດລະຫວ່າງສອງປະເທດລາວ-ຫວຽດນາມ ອ້າຍນ້ອງ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໄດ້ຜັນຂະຫຍາຍຢ່າງຕໍ່ເນື່ອງໂດຍນໍາໃຊ້ກົນໄກສະເພາະ, ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ສິ່ງເຫຼົ່ານີ້ໄດ້ຊ່ວຍຮັບປະກັນໃຫ້ໂຄງການສາມາດສໍາເລັດຕາມຄວາມຄືບໜ້າຂອງແຜນການທີ່ວາງອອກໃນແຕ່ລະໄລຍະ.

ນັກຂ່າວ: ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນບ່ອນເຮັດວຽກຂອງອົງການນິຕິບັດຍັດສູງສຸດຂອງປະຊາຊົນ, ແມ່ນບ່ອນດໍາເນີນເຫດການສໍາຄັນໃນປະເທດ ແລະສາກົນ. ຂໍຮຽນທ່ານປະທານສະພາແຫ່ງຊາດ ຕີລາຄາ, ໃຫ້ຂໍ້ສັງເກດເປັນແນວໃດກ່ຽວກັບຄຸນນະພາບດ້ານເຕັກນິກກໍ່ຄືຄວາມສວຍງາມຂອງໂຄງການທີ່ມີຄວາມໝາຍ, ມີເອກະລັກສະເພາະຂອງວັດທະນະທໍາລາວ ?

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ: ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ມີຂອບຂະໜາດໃຫຍ່ດ້ວຍຄວາມງາມທີ່ໃຫຍ່ໂຕໂອ້ໂຖງ, ສຸພາບຮຽບຮ້ອຍ, ມີລັກສະນະວິຈິດສິນ, ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງລາວ, ຄຸນນະພາບບັນລຸມາດຖານດ້ານເຕັກນິກກ່ຽວກັບການອອກແບບ ແລະກໍ່ສ້າງ.

ນອກຈາກນັ້ນ, ໂຄງການນີ້ຍັງໄດ້ຕິດຕັ້ງວັດຖຸອຸປະກອນທັນສະໄໝທີ່ໄດ້ນໍາເຂົ້າຈາກປະເທດຕ່າງໆໃນໂລກ, ສ້າງເງື່ອນໄຂດີທີ່ສຸດໃຫ້ສະມາຊິກສະພາແຫ່ງຊາດພ້ອມດ້ວຍພະນັກງານ, ພາລະກອນສະພາແຫ່ງຊາດໝົດທຸກຄົນປະຕິບັດໜ້າທີ່ດ້ານການເມືອງຂອງຕົນເປັນຢ່າງດີ; ດໍາເນີນກອງປະຊຸມປະຈໍາເດືອນຂອງສະພາແຫ່ງຊາດ; ຕ້ອນຮັບຄະນະຜູ້ແທນ, ແຂກທີ່ຖືກເຊີນໃນປະເທດ ແລະຕ່າງປະເທດ.

ສາມາດຢັ້ງຢືນວ່າ ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ທັນມີສໍານັກງານໃດທີ່ງາມຄືຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແລະພວກຂ້າພະເຈົ້າໄດ້ມີແຜນການກໍ່ສ້າງຫ້ອງມູນເຊື້ອວາງສະແດງຮູບພາບ ແລະຂໍ້ມູນກ່ຽວກັບການກໍາເນີດ, ພັດທະນາຂອງສະພາແຫ່ງຊາດລາວ, ກໍ່ຄືການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະສະພາແຫ່ງຊາດຫວຽດນາມ.

ໃນອະນາຄົດອັນໃກ້, ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ຈະກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວກໍ່ຄືປະຊາຊົນລາວ ມາຢ້ຽມຊົມ, ພິເສດແມ່ນລຸ້ນໜຸ່ມ, ນັກຮຽນ, ນັກສຶກສາ, ທັງແຂກທ່ອງທ່ຽວຫວຽດນາມ, ນັກສຶກສາຫວຽດນາມ ຖ້າຢາກເຂົ້າຢ້ຽມຊົມທາງຄະນະຮັບຜິດຊອບລ້ວນແຕ່ໄດ້ຍິນດີຕ້ອນຮັບ.

ສຸດທ້າຍ, ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຂໍຂອບໃຈ!