leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ວັນລີ

ວັນທີ 4 ສິງຫາ, ທີ່ດ່ານສາກົນເບີອີ ຢູ່ເມືອງຫງອັກໂຮ່ຍ (ແຂວງກອມຕູມ), ກອງບັນຊາການທະຫານຊາຍແດນແຂວງກອນຕູມ ຈັດຕັ້ງພິທີມອບສະບຽງອາຫານ, ອຸປະກອນການແພດໜູນຊ່ວຍກໍາລັງການທະຫານ, ກໍາລັງປ້ອງກັນຄວາມສະຫງົບຂອງສອງແຂວງອັດຕະປື ແລະເຊກອງ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ລວມມີ: ເຂົ້າສານ 13 ໂຕນ, ໝີ່ສໍາເລັດຮູບ 80 ແກັດ, ຜ້າອັດປາກ-ອັດດັງ, ຊຸດປ້ອງກັນພະຍາດ... ລວມມູນຄ່າທັງໝົດ 220 ລ້ານດົ່ງ. ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກອນຕູມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງການທະຫານ, ກໍາລັງປ້ອງກັນຄວາມສະຫງົບຂອງສອງແຂວງອັດຕະປື ແລະເຊກອງ ໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ສະກັດກັ້ນ, ຕ້ານອາດຊະຍາກໍາປະເພດຕ່າງໆ ແລະປ້ອງກັນ, ຕ້ານພະຍາກໂຄວິດ-19...

ໂດຍ: ທະນາພອນ