ເຂົ້າຮ່ວມພິທີມີທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນຫຼວງພະບາງ ພ້ອມດ້ວຍພະນັກງານ, ພາລະກອນສະຖານກົງສູນໃຫຍ່, ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຫຼວງພະບາງ ແລະຜູ້ຕາງໜ້າບັນດາອົງການ, ກົມກອງ, ວິສາຫະກິດຫວຽດນາມ ຢູ່ຫຼວງພະບາງ.

leftcenterrightdel
ບັນດາຜູ້ແທນຖະຫວາຍທູບທຽນອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະຊາຊົນສອງປະເທດລາວ-ຫວຽດນາມ ຢູ່ວັດເຟິ້ດຕິ໊ກ ທີ່ນະຄອນຫຼວງພະບາງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນບັນຍາກາດອັນສັກກາລະບູຊາ, ບັນດາຜູ້ແທນໄດ້ຈັດພິທີໄຕ້ທຽນສະແດງຄວາມຮູ້ບຸນຄຸນຕໍ່ຮຸ່ນກ່ອນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເພື່ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.

ຕາມສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ແລ້ວ, ເຫດການປະຈໍາປີນີ້ແມ່ນກາລະໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ພາກເໜືອຂອງປະເທດລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະຊາຊົນສອງປະເທດລາວ-ຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼວງພະບາງ, ພິເສດແມ່ນຄົນຮຸ່ນໜຸ່ມຫວນຄືນ ແລະເຂົ້າໃຈຕື່ມກ່ຽວກັບມູນເຊື້ອສາມັກຄີຕໍ່ສູ້ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງສອງປະເທດລາວ-ຫວຽດນາມ ໃນປະຈຸບັນເພື່ອຈາກນັ້ນສືບຕໍ່ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ນັບສະໜິດຕິດພັນ, ສົມກັບການເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍສອງປະເທດລາວ-ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ