ທີ່ການເຈລະຈາ, ການນຳອົງການກວດສອບແຫ່ງລັດສອງປະເທດໄດ້ເຫັນດີເປັນເອກະພາບຈະສຸມໃສ່ເສີມຂະຫຍາຍ ແລະຍົກສູງປະສິດທິຜົນໃນການເຄື່ອນໄຫວເປັນປະຈຳໃນໄລຍະຜ່ານມາ, ຄື: ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງແນໃສ່ຄຸ້ມຄອງ, ໜູນຊ່ວຍການກວດສອບແຫ່ງລັດລາວ ບູລະນະລະບອບລະບຽບການ, ການຈັດຕັ້ງກົນຈັກ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ.

leftcenterrightdel
ທ່ານ ເຈິ່ນສິ໊ແທັງ ປະທານອົງການກວດສອບແຫ່ງລັດຫວຽດນາມ. ພາບ: VnExpress.vn

ຂະແໜງກວດສອບສອງປະເທດ ສືບຕໍ່ຜັນຂະຫຍາຍການປະຕິບັດບັນດາການເຄື່ອນໄຫວຮ່ວມມື ປີ 2022 ແລະຊຸມປີຕໍ່ໄປລະຫວ່າງສອງອົງການຢ່າງມີປະສິດທິຜົນ, ແທດຈິງ. ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດອົງການຈັດຕັ້ງບັນດາອົງການກວດສອບສູງສຸດອາຊີ (ASOSAI) ແລະອົງການກວດສອບແຫ່ງລັດສູງສຸດໃນພາກພື້ນອາຊຽນ (ASEANSAI) ແລະເວທີປາໄສຮ່ວມມືລະຫວ່າງອົງການກວດສອບແຫ່ງລັດກຳປູເຈຍ - ລາວ - ຫວຽດນາມ.

ອົງການກວດສອບແຫ່ງລັດຫວຽດນາມ ໄດ້ຈັດສົ່ງບັນດານັກຊ່ຽວຊານຫວຽດນາມ ເຂົ້າຮ່ວມການແນະນຳໂດຍກົງໃຫ້ນັກກວດສອບລາວ  ໃນຂົງເຂດຕ່າງໆຕາມຄວາມຕ້ອງການ, ຄື: ງົບປະມານແຫ່ງລັດ, ການລົງທຶນກໍ່ສ້າງພື້ນຖານ, ລັດວິສາຫະກິດ, ການລົງທຶນໃນໂຄງການ; ການກໍ່ສ້າງນັກກວດສອບໃຫ້ອົງການກວດສອບແຫ່ງລັດລາວ ຢູ່ຫວຽດນາມ ແລະຢູ່ລາວ ອີງຕາມຂໍ້ສະເໜີຂອງອົງການກວດສອບແຫ່ງລັດລາວ.

ໂດຍ: ຫງວຽນກຸກ