ເພື່ອແບ່ງປັນຄວາມຫຍຸ້ງຍາກຂອງສອງແຂວງ ສາລະວັນ ແລະເຊກອງ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ແຂວງເທື່ອທຽນເຫວ້ ໄດ້ມອບອຸປະກອນການແພດໃຫ້ສອງແຂວງ, ລວມມີ: ຜ້າອັດປາກ-ອັດດັງ 3.000 ກ່ອງ, ຊຸດປ້ອງກັນໂຄວິດ-19 3.300 ຊຸດ, ຢາຂ້າເຊື້ອ 3.000 ຂວດ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 80 ໜ່ວຍ, ຖົງມືແພດ  6.000 ຄູ່.

ທ່ານ ຫງວຽນແທງບິ່ງ ໃຫ້ຮູ້ວ່າ ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ, ດ້ວຍຈິດໃຈບ້ານໃກ້ເຮືອນຄຽງຮ່ວມມືມິດຕະພາບ, ສາຍພົວພັນທີ່ເປັນມູນເຊື້ອຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນທຸກສະພາບການ, ແຂວງເທື່ອທຽນເຫວ້ ຍາມໃດກໍ່ແບ່ງປັນຄວາມຫຍຸ້ງຍາກ ແລະສະຫງວນອາລົມຈິດອັນດີງາມທີ່ສຸດ ແລະໜູນຊ່ວຍອຸປະກອນການແພດໃຫ້ອຳນາດການປົກຄອງ ແລະປະຊາຊົນຂອງປະເທດເພື່ອນມິດລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ການນໍາຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ມອບອຸປະກອນການແພດໃຫ້ແຂວງເຊກອງ (ລາວ). ພາບ: nhandan.vn.

ທ່ານ ຫງວຽນແທງບິ່ງ ຢືນຢັນວ່າ ໃນໄລຍະຈະມາເຖິງ, ແຂວງເທື່ອທຽນເຫວ້ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບແຂວງສາລະວັນ ແລະແຂວງເຊກອງ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ປະກອບສ່ວນເຂົ້າໃນການຄວບຄຸມ ແລະຍູ້ໂລກລະບາດໃຫ້ຖອຍໄປສໍາເລັດຜົນ.

ຕ້ອນຮັບຂອງຂວັນຈາກອໍານາດການປົກຄອງແຂວງເທື່ອທຽນເຫວ້, ການນຳແຂວງສາລະວັນ ແລະແຂວງເຊກອງ ໄດ້ສະແດງຄວາມຂອບໃຈຕໍ່ອາລົມຈິດອັນລ້ຳຄ່າຂອງແຂວງເທື່ອທຽນເຫວ້ ທີ່ໄດ້ສະຫງວນໃຫ້. ການນຳສອງແຂວງຂອງລາວ ຖືວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງຊ່ວຍໃຫ້ບັນດາແຂວງປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ດີ, ພ້ອມທັງຢືນຢັນພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈກັບແຂວງເທື່ອທຽນເຫວ້ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ໂດຍ: ທະນາພອນ