ກິດຈະກໍາ “5 ທີ່ສຸດ”

ພຽງແຕ່ 2-3 ວັນພາຍຫຼັງກະຊວງກໍ່ສ້າງຫວຽດນາມ ສົມທົບກັບຄະນະຊີ້ນໍາໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ຈັດຕັ້ງພິທີປະເມີນຜົນ, ກວດກາຄຸນນະພາບໃນການກໍ່ສ້າງ ແລະມອບຮັບຫ້ອງປະຊຸມຫຼັກ, ຫໍສະພາແຫ່ງຊາດລາວ ຫຼັງນີ້ໄດ້ເປີດນໍາໃຊ້ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX, ດ້ວຍການຍ້ອງຍໍຊົມເຊີຍຈາກການນໍາພັກ, ລັດ ແລະບັນດາສະມາຊິກສະພາແຫ່ງຊາດລາວ.  ກ່ອນໜ້ານັ້ນ, ໃນການຢ້ຽມຢາມ, ກວດກາກິດຈະກໍາກໍ່ສ້າງດັ່ງກ່າວ ໃນເດືອນມີນາ 2021, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ຢັ້ງຢືນວ່າ: “ນີ້ແມ່ນຂອງຂວັນອັນລໍ້າຄ່າ, ບໍ່ພຽງແຕ່ມີຄວາມໝາຍທາງດ້ານວັດຖຸເທົ່ານັ້ນ ຫາກຍັງມີຄວາມໝາຍທາງດ້ານຈິດໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ການນໍາພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ ອີກດ້ວຍ. ເປັນກິດຈະກໍາໜຶ່ງທີ່ໂຮມເອົາ 5 ທີ່ສຸດ, ເຊັ່ນ: ຂອບຂະໜາດໃຫຍ່ທີ່ສຸດ, ທັນສະໄໝທີ່ສຸດ, ຄຸນນະພາບດີທີ່ສຸດ, ເໝາະສົມທີ່ສຸດ, ມີສະຖາປັດຕະຍະກໍາທາງດ້ານວັດທະນະທໍາຫຼາຍທີ່ສຸດ”.

leftcenterrightdel
ຫໍສະພາແຫ່ງຊາດລາວ ຫຼັງໃໝ່. ພາບ: qdnd.vn

ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໄດ້ຮັບການກໍ່ສ້າງຢູ່ເດີ່ນທາດຫຼວງ, ຕົວເມືອງຂອງນະຄອນຫຼວງວຽງຈັນ; ເຂດດິນແດນທີ່ມີຄວາມສັກສິດໃນຈິດສໍານຶກຂອງປະຊາຊົນລາວແຕ່ລະຄົນ. ກິດຈະກໍາດັ່ງກ່າວມີເນື້ອທີ່ທັງໝົດ 23.400 ຕາແມັດ, ໃນນັ້ນເນື້ອທີ່ກໍ່ສ້າງແມ່ນປະມານ 7.171 ຕາແມັດລວມມີ 5 ຊັ້ນ ແລະຊັ້ນໃຕ້ດິນ 1 ຊັ້ນ ດ້ວຍເນື້ອທີ່ພື້ນຫຼາຍກວ່າ 33.700 ຕາແມັດ ແລະສວນປູກຕົ້ນໄມ້, ເດີ່ນປະມານ 7.200 ຕາແມັດ. ກິດຈະກໍາແມ່ນການສົມທົບລະຫວ່າງວັດທະນະທໍາ, ລວດລາຍທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ຮີດຄອງປະເພນີ, ມູນເຊື້ອຂອງລາວ ແລະມາດຕະການເຕັກໂນໂລຢີ, ອຸປະກອນທັນສະໄໝ, ເຕັກໂນໂລຢີຄຸ້ມຄອງການກໍ່ສ້າງທັນສະໄໝຈາກຫວຽດນາມ. ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ເຊິ່ງກະຊວງກໍ່ສ້າງຫວຽດນາມ ເປັນເຈົ້າຂອງໂຄງການ, ຜູ້ຮັບເໝົາກໍ່ສ້າງແມ່ນແມ່ທັບນ້ອຍ 11 ແລະບັນດາຫົວໜ່ວຍກ່ຽວຂ້ອງກໍ່ສ້າງດ້ວຍການຕັດສິນໃຈດ້ານການເມືອງສູງສຸດ, ຖັນແຖວນາຍຊ່າງທີ່ມີສີມືພ້ອມກັບອຸປະກອນກໍ່ສ້າງ ແລະເຕັກໂນໂລຢີທັນສະໄໝທີ່ສຸດ. ດ້ວຍການບໍລິຫານ, ການຄຸ້ມຄອງໂດຍກົງຂອງຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງລົງເລິກວິຊາ-ກະຊວງກໍ່ສ້າງ, ເປັນຄັ້ງທໍາອິດທີ່ເຕັກໂນໂລຢີຮູບຈໍາລອງຂໍ້ມູນກໍ່ສ້າງ (BIM) ໄດ້ນໍາໃຊ້ສໍາເລັດຢູ່ລາວ. ໃນເດືອນມີນາ 2021, ກະຊວງກໍ່ສ້າງ ໄດ້ສົມທົບກັບຄະນະຊີ້ນໍາໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໄດ້ຈັດຕັ້ງພິທີປະເມີນຜົນ, ກວດກາຄຸນນະພາບ ແລະມອບຮັບຫ້ອງປະຊຸມຫຼັກເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX. 

ແມ່ທັບນ້ອຍ 11 ສົມກັບຄວາມເຊື່ອໝັ້ນ “ໃນຄວາມສາມາດ”

ຍັງຈື່ໄດ້ວ່າໃນຊຸມວັນຕົ້ນປີ 2017, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງມອບໜ້າທີ່ກໍ່ສ້າງກິດຈະກໍາດັ່ງກ່າວໃຫ້ແກ່ແມ່ທັບນ້ອຍ 11 ດ້ວຍຄວາມເຊື່ອໝັ້ນໃນຄວາມສາມາດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນຢູ່ກອງປະຊຸມຜູ້ນໍາຂັ້ນສູງ, ທ່ານ ຢັ້ງຢືນວ່າ: “ໜ້າທີ່ນີ້ຕ້ອງມອບໃຫ້ກອງທັບ, ມອບໃຫ້ແມ່ທັບນ້ອຍ 11 ປະຕິບັດ”. ທ່ານພົນຈັດຕະວາ ຫງວຽນກ໊ວກຢຸ້ງ, ຜູ້ບັນຊາການແມ່ທັບນ້ອຍ 11 ໃຫ້ຮູ້ວ່າ: ຕໍ່ໜ້າຄວາມເປັນກຽດ ແລະສິ່ງທົດສອບອັນໃຫຍ່ຫຼວງນີ້, ແມ່ທັບນ້ອຍ 11 ໄດ້ກໍານົດການຕັດສິນໃຈສູງສຸດ, ເພາະວ່ານີ້ແມ່ນຄວາມເຊື່ອໝັ້ນ, ແມ່ນຄວາມຄາດຫວັງ, ແມ່ນໜ້າທີ່ປະຫວັດສາດ. ກິດຈະກໍາກໍ່ສ້າງໄດ້ດໍາເນີນໄປໃນເງື່ອນໄຂທີ່ພະຍາດໂຄວິດ-19 ຜັນແປຢ່າງສັບສົນ ສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກ  ແລະເບິ່ງຄືວ່າຈະບໍ່ຜ່ານຜ່າໄປໄດ້.

leftcenterrightdel
ສະຫາຍພັນເອກພິເສດ ຫງວຽນຈ໊ຽນ, ຮອງຜູ້ບັນຊາການແມ່ທັບນ້ອຍ 11 ມອບຜ້າອັດປາກ-ອັດດັງຈໍານວນ 200.000 ອັນ ແລະເຂົ້າສານ 10 ໂຕນໃຫ້ກະຊວງປ້ອງກັນປະເທດ ລາວ. ພາບ: qdnd.vn

ພວກຂ້າພະເຈົ້າ ກໍານົດວ່າ, ການຜັນຂະຫຍາຍການກໍ່ສ້າງກິດຈະກໍາບໍ່ແມ່ນເພື່ອຜົນກໍາໄລ, ເຊິ່ງຢູ່ໃນນັ້ນແມ່ນເພື່ອນໍ້າໃຈທີ່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ. ສໍາລັບພະນັກງານ, ກໍາມະກອນຂອງແມ່ທັບນ້ອຍ 11 ຫຼາຍໆຄົນ, ເຂົາເຈົ້າບໍ່ໄດ້ໄປກິນກຸດຢູ່ບ້ານເປັນເວລາ 3 ປີແລ້ວ. ສະຫາຍພັນເອກ ເລວັນຖັ໊ງ, ຫົວໜ້າສະຖານທີ່ກໍ່ສ້າງ ແບ່ງປັນຄວາມໃນໃຈວ່າ: “ພະນັກງານ, ວິສະວະກອນ, ກໍາມະກອນພວກເຮົາທຸກຄົນ ໄດ້ເຮັດວຽກຕະຫຼອດ 24 ຊົ່ວໂມງຕິດຕໍ່ກັນນັບຫຼາຍລ້ານວັນໂດຍບໍ່ຫວາດຫວັ່ນຕໍ່ດິນຟ້າອາກາດ ບໍ່ວ່າຈະເປັນກາງເວັນ, ກາງຄືນ, ຝົນຕົກ, ແດດອອກ”. ຢູ່ບ່ອນໃດຮ້າຍກາດທີ່ສຸດ, ຫຍຸ້ງຍາກທີ່ສຸດ, ຢູ່ບ່ອນນັ້ນມີໜ້າຂອງທະຫານແມ່ທັບນ້ອຍ 11. ຕັດສິນໃຈ, ແດດຮ້ອນກໍ່ເຮັດ, ຝົນຕົກກໍ່ເຮັດ, ເຮັດທັງວັນພັກ, ວັນບຸນເຕັດເພື່ອຍູ້ໄວຄວາມຄືບໜ້າ... ທຸກສິ່ງທຸກຢ່າງໄດ້ສ້າງເປັນກໍາລັງແຮງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຜ່ານຜ່າພະຍາດໂຄວິດ-19 ເພື່ອໃຫ້ກິດຈະກໍານັບມື້ນັບຄືບໜ້າ. ແມ່ທັບນ້ອບ 11 ທັງເຮັດໜ້າທີ່, ທັງເຮັດວຽກງານຂົນຂວາຍປະຊາຊົນ, ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ເປັນຢ່າງດີ. ນອກຈາກນີ້, ແມ່ທັບນ້ອຍ 11 ຍັງໄດ້ສະໜັບສະໜູນພໍ່ແມ່ປະຊາຊົນແຂວງອັດຕະປື ທີ່ປະສົບໄພພິບັດທາງທໍາມະຊາດ, ບັນດາແຂວງພາກໃຕ້ ແລະພາກກາງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຄັ້ງປະຫວັດສາດທີ່ເກີດຂຶ້ນເມື່ອຕົ້ນເດືອນກັນຍາ 2020 ແລະສະໜັບສະໜູນການປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍຈໍານວນເງິນ 3 ຕື້ດົ່ງ. ທຸກສິ່ງທຸກຢ່າງລ້ວນແຕ່ແມ່ນນໍ້າໃຈ, ແມ່ນອາລົມຈິດຄວາມຮັກແພງຂອງທະຫານຫວຽດນາມ ທີ່ມີຕໍ່ປະຊາຊົນລາວ. ໃນການລົງຢ້ຽມຢາມສະຖານທີ່ກໍ່ສ້າງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຕໍ່ຄວາມສາມາດ, ການເປັນມືອາຊີບ ແລະຍິ່ງກວ່າໝູ່ໝົດແມ່ນເຈດຈໍານົງໃນການຕັດສິນໃຈຂອງແມ່ທັບນ້ອຍ 11.

ໃນຊຸມວັນນີ້, ຫໍສະພາແຫ່ງຊາດລາວ ຫຼັງໃໝ່, ກະກຽມຮັບຕ້ອນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ແສງສະຫວ່າງທີ່ສາດສ່ອງອອກມາຈາກຫໍສະພາແຫ່ງຊາດ ລາວ ຢູ່ມູມໜຶ່ງຂອງນະຄອນຫຼວງວຽງຈັນ ປຽບເໝືອນດັ່ງດອກຈໍາປາ. ແສງສະຫວ່າງນັ້ນຄືການແຜ່ກະຈາຍຄວາມສວຍງາມຂອງນໍ້າໃຈໄມຕີຈິດມິດຕະພາບ, ຂອງນໍ້າໃຈຄວາມຮັກແພງຂອງທະຫານລຸງໂຮ່ ແມ່ທັບນ້ອຍ 11 ຕະຫຼອດໄປ, ເປັນການເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ໂດຍ: ໄຊຊະນະ