ເພື່ອແນໃສ່ສືບຕໍ່ນໍາການຮ່ວມມືຫວຽດນາມ-ລາວ ເຂົ້າສູ່ລວງເລິກ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພົບປະ, ແລກປ່ຽນຂັ້ນສູງ ແລະທຸກຂັ້ນຜ່ານຫຼາຍຮູບການ; ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ; ຍົກສູງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ ແລະການລົງທຶນໃຫ້ມີປະສິດທິຜົນ... ສອງທ່ານ ໄດ້ສະຫງວນເວລາປຶກສາຫາລືກ່ຽວກັບການສົມທົບຊຸກຍູ້ບັນດາໂຄງການຮ່ວມມືສໍາຄັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໂຄງການທີ່ມີການເຊື່ອມຕໍ່ກັບຄົມມະນາຄົມ ເພື່ອໝູນໃຊ້ທ່າກໍາປັ່ນສາກົນລາວ-ຫວຽດ ໃຫ້ມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີສົມທົບກັນຄຸ້ມຄອງຊາຍແດນເພື່ອສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ພ້ອມທັງຮັບປະກັນການພົວພັນການຄ້າຊາຍແດນ, ຜັນຂະຫຍາຍສະຫຼຸບການກວດກາ “ປະຕູດຽວ, ຢຸດເທື່ອດຽວ” ຢູ່ຄູ່ຊາຍແດນສາກົນລາວບ໋າວ-ແດນສະຫວັນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ. ພາບ: ບ໊າວຈີ.

ກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຫວຽດນາມ ແລະລາວ, ລັດຖະມົນຕີສອງທ່ານສືບຕໍ່ຢັ້ງຢືນວ່າ ຈະສົມທົບກັນຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍໄລຍະ 2021-2025 ໃຫ້ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ແລະຮອງລັດຖະມົນຕີການຕ່າງປະເທດ; ຍູ້ແຮງການແລກປ່ຽນ, ຄົ້ນຄວ້າຍຸດທະສາດ ແລະພົບປະແລກປ່ຽນຢ່າງເປັນປະຈໍາລະຫວ່າງບັນດາກົມກອງຫຼັກແຫຼ່ງຂອງສອງກະຊວງ.

ພິເສດ, ລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງວຽກງານການພົວພັນຕ່າງປະເທດດ້ານເສດຖະກິດ, ເຫັນດີເປັນເອກະພາບເພີ່ມທະວີແລກປ່ຽນບົດຮຽນ ແລະສົມທົບກັນຜັນຂະຫຍາຍໂຄງການຮ່ວມມືການຕ່າງປະເທດດ້ານເສດຖະກິດໄລຍະ 2020-2025 ໃຫ້ມີປະສິດທິຜົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບດໍາເນີນການກະກຽມເພື່ອຈັດກິດຈະກຳສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືຫວຽດນາມ-ລາວໃນປີ 2022 ໂດຍໄວ.

ໂດຍ: ເກື່ອງດັ້ງ