leftcenterrightdel
ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ພາບ: vov.vn.

ໃນຈົດໝາຍ, ຕາງໜ້າພັກ, ລັດຖະບານ ແລະປະຊາຊົນລາວ, ທ່ານນາຍົກລັດຖະມົນຕີ ລາວ ພັນຄໍາ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະເຫັນອົກເຫັນໃຈມາຍັງ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ເກີດການຕິດເຊື້ອໃນຊຸມຊົນ. ການນໍາ ແລະປະຊາຊົນ ລາວ ຕີລາຄາສູງຕໍ່ມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດ ແລະທັນການ ເຊິ່ງ ຫວຽດນາມ ໄດ້ຜັນຂະຫຍາຍ; ທ່ານ ເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ, ການຕັດສິນໃຈສູງຂອງລັດຖະບານ ແລະການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນ, ຫວຽດນາມ ຈະສາມາດຄວບຄຸມ ແລະເອົາຊະນະພະຍາດໂຄວິດ-19 ໄດ້ໂດຍໄວ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ລາວ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງຫວຽດນາມ ທີ່ສະຫງວນໃຫ້ ລາວ ໃນໄລຍະຜ່ານມາໃນການຕໍ່ສູ້ຕ້ານພະຍາດໂຄວິດ-19; ພ້ອມທັງຢັ້ງຢືນວ່າ ພັກ, ລັດຖະບານ ແລະປະຊາຊົນ ລາວ ຍາມໃດກໍຄຽງບ່າຄຽງໄຫຼ່ພ້ອມກັບບັນດາສະຫາຍຫວຽດນາມ ໃຫ້ຖືກຕາມເນື້ອໃນຈິດໃຈຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ