ວັນທີ 29 ພຶດສະພາ, ທີ່ດ່ານຊາຍແດນຈ່ຽງເຄືອງ, ເມືອງຊົງໝາ, ແຂວງເຊິນລາ ໄດ້ມອບວັດຖຸອຸປະກອນການແພດໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ 9 ແຂວງຂອງປະເທດລາວ. ບັນດາແຂວງຂອງປະເທດເພື່ອນມິດລາວ ທີ່ໄດ້ຮັບຂອງຂວັນໃນຄັ້ງນີ້ລວມມີ: ຫົວພັນ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລິ, ຜົ້ງສາລີ, ໄຊສົມບູນ, ຊຽງຂວາງ, ຫຼວງພະບາງ.

ຕາມນັ້ນແລ້ວ, ແຂວງເຊິນລາ ໄດ້ມອບ: ເຄື່ອງຊ່ວຍຫາຍໃຈ Vsmart model VFS-410 18 ໜ່ວຍ, ຜ້າອັດປາກ-ອັດດັງແພດ 135.000 ອັນ, ຜ້າອັດປາກ-ອັດດັງແພ 45.000 ອັນ ແລະແຈວລ້າງມື 9.000 ຂວດ ລວມມູນຄ່າ 2,8 ຕື້ດົ່ງ.

leftcenterrightdel
ການນຳແຂວງເຊິນລາ ມອບວັດຖຸອຸປະກອນການແພດໃຫ້ຝ່າຍລາວ. ພາບ: giaoducthoidai.vn.

ກ່າວຄຳເຫັນທີ່ພິທີມອບ-ຮັບຂອງຂວັນ, ທ່ານນາງ ຈ໊າງທິຊວນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊິນລາ ໄດ້ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງປະເທດລາວ ພວມປະເຊີນໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານນາງສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ເຊິນລາ ແລະບັນດາແຂວງພາກເໜືອຂອງລາວ ຈະສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະປ້ອງກັນ, ຕ້ານພະຍາດຢູ່ເຂດຊາຍແດນ. ຜ່ານນັ້ນ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິ.

ການນຳແຂວງຫົວພັນ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າແຂວງເຊິນລາ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍທີ່ສຸດໃນໄລຍະປະຊາຊົນບັນດາແຂວງພາກເໜືອຂອງລາວ ປະສົບກັບຄວາມຫຍຸ້ງຍາກ. ບັນດາຂອງຂວັນນີ້ຈະຊ່ວຍປະເທດລາວ ຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ແສງເດືອນ