ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ວຽງຈັນ, ໃນລະຫວ່າງວັນທີ 3-19 ພຶດສະພາ, ຄະນະຊ່ຽວຊານແພດທະຫານຫວຽດນາມ ໄດ້ເຂົ້າຮ່ວມໃນຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ຂົນສົ່ງວັດຖຸອຸປະກອນການແພດ ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ບັນດາທ້ອງຖິ່ນ ແລະໄດ້ສຳຫຼວດ, ຕີລາຄາລະບົບປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກອງທັບປະຊາຊົນລາວ.

leftcenterrightdel
ຈຸດວິເຄາະກວດຫາເຊື້ອພະຍາດໂຄວິດ-19 ຢູ່ວຽງຈັນ, ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະໄດ້ໄປກວດກາ, ແບ່ງປັນບົດຮຽນ, ແນະນຳມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ວຽກງານກວດຫາເຊື້ອພະຍາດ, ບົ່ງມະຕິພະຍາດ, ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະເຮັດອະນາໄມສິ່ງແວດລ້ອມໃຫ້ກົມກອງທີ່ຄະນະລົງໄປເຮັດວຽກ.

ທີ່ພິທີສະຫຼຸບການປະຕິບັດງານໃນວັນທີ 19 ພຶດສະພາ ຢູ່ສຳນັກງານກະຊວງປ້ອງກັນປະເທດລາວ, ຄະນະຊ່ຽວຊານແພດທະຫານຫວຽດນາມ ໄດ້ລາຍງານຢ່າງລະອຽດຕີລາຄາຈຸດດີ ແລະຈຸດອ່ອນ, ພ້ອມທັງຍົກອອກຂໍ້ສະເໜີຕໍ່ການນຳກະຊວງປ້ອງກັນປະເທດລາວ ແລະຄະນະສະເພາະກິດເພື່ອປ້ອງກັນ, ຕ້ານພະຍາດໂຄ ວິດ-19 ຂອງກະຊວງປ້ອງກັນປະເທດລາວໃນໄລຍະຈະມາເຖິງ.

ເພື່ອຮັບຮູ້ການປະກອບສ່ວນຂອງຄະນະຊ່ຽວຊານ, ໂດຍໄດ້ຮັບການມອບສິດຈາກຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ມອບຫຼຽນໄຊມິດຕະພາບໃຫ້ສະມາຊິກໃນຄະນະຊ່ຽວຊານແພດທະຫານຫວຽດນາມ “ທີ່ໄດ້ສຳເລັດໜ້າທີ່ຊ່ວຍກະຊວງປ້ອງກັນປະເທດລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຊ່ວຍເສີມສ້າງນໍ້າໃຈມິດຕະພາບລະຫວ່າງສອງປະເທດລາວ-ຫວຽດນາມ ຕື່ມອີກ”.

ໂດຍ: ແສງເດືອນ