ຄຽງບ່າຄຽງໄຫຼ່ໃນການຕ້ານພະຍາດໂຄວິດ-19

ແຕ່ຮຸ່ງເຊົ້າວັນທີ 3 ພຶດສະພາ, ຄະນະປະຕິບັດງານ ແລະລົດບັນທຸກສອງຄັນເພື່ອຂົນສົ່ງວັດຖຸອຸປະກອນການແພດໄປຍັງດ່ານສາກົນເກົ່າແຈວ (ແຂວງຮ່າຕິ້ງ). ວັດຖຸອຸປະກອນທີ່ມອບໃນຄັ້ງນີ້ຕົ້ນຕໍແມ່ນຜ້າອັດປາກ-ອັດດັງ, ເຄື່ອງປ້ອງກັນພະຍາດ, ວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຜູ້ຕາງໜ້າກອງທັບສອງປະເທດແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ຢຸຍວັນ.

ກ່ອນໜ້ານັ້ນ, ເມື່ອສັງເກດເຫັນວ່າ ສະພາບພະຍາດໂຄວິດ-19 ຢູ່ປະເທດເພື່ອນລາວ ກໍາລັງຜັນແປຢ່າງສັບສົນ, ເພື່ອຊ່ວຍເຫຼືອກອງທັບປະຊາຊົນລາວ ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງມອບວັດຖຸ, ອຸປະກອນການແພດຈຳນວນໜຶ່ງໃຫ້ກົມໃຫຍ່ພະລາທິການ,  ຈັດຕັ້ງການຄັດເລືອກ, ຈັດສົ່ງ ຊ່ຽວຊານໄປຊ່ວຍກອງທັບປະຊາຊົນລາວ. ຄັ້ງນີ້, ກະຊວງປ້ອງກັນປະເທດຫວຽດນາມ ມອບຜ້າອັດປາກ-ອັດດັງ N95 5.000 ອັນ, ຜ້າອັດປາກ-ອັດດັງຂ້າເຊື້ອ 100.000 ອັນ, Cloramin B 500 ກິໂລກຣາມ, ແຈວລ້າງມື 1.000 ຂວດ, ຊຸດວິເຄາະໄດ້ຜົນໄວ 1.000 ຊຸດ, ເຄື່ອງປ້ອງກັນພະຍາດໂຄວິດ-19 5.000 ຊຸດໃຫ້ກອງທັບປະເທດເພື່ອນ.

ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໊ງ, ຮອງຫົວໜ້າການເມືອງ, ຫົວໜ້າເສນາທິການກົມໃຫຍ່ພະລາທິການ, ແບ່ງປັນວ່າ: “ພ້ອມກັບການຊ່ວຍເຫຼືອວັດຖຸອຸປະກອນການແພດຈຳນວນໜຶ່ງນີ້, ບັນດາຊ່ຽວຊານການແພດຂອງກອງທັບປະຊາຊົນຫວຽດນາມ ໄດ້ກຽມພ້ອມໜູນຊ່ວຍ, ແບ່ງປັນກັບເພື່ອນມິດລາວ ກ່ຽວກັບວຽກງານຈັດຕັ້ງ, ບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ທັງຢູ່ໃນ ແລະນອກກອງທັບ. ກະຊວງປ້ອງກັນປະເທດຫວຽດນາມ ຫວັງວ່າ ການແບ່ງປັນ, ການຊ່ວຍເຫຼືອຄັ້ງນີ້ຈະປະກອບສ່ວນພ້ອມກັບເພື່ອນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຫຼຸດຜ່ອນຜົນກະທົບຢ່າງຮ້າຍແຮງຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ”.

ພ້ອມກັບການຊ່ວຍເຫຼືອທາງດ້ານວັດຖຸອຸປະກອນການແພດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລ້ວ, ນີ້ແມ່ນຄັ້ງທີ 2 ທີ່ກ້ອນກໍາລັງຊ່ຽວຊານການແພດຂອງກອງທັບປະຊາຊົນຫວຽດນາມ ລວມມີຜູ້ມີວິຊາສະເພາະ, ບົດຮຽນ ແລະປະສົບການໃນການປ້ອງກັນພະຍາດ, ການວິເຄາະຫາເຊື້ອ, ປິ່ນປົວໄປຄຽງບ່າຄຽງໄຫຼ່ພ້ອມກັບປະເທດເພື່ອນມິດລາວປ້ອງກັນ, ຕ້ານພະຍາດໂຄວິດ-19.

ເສນາຮັກລົງສະໜາມຮົບຊ່ວຍເພື່ອນຕ້ານ “ສັດຕູ” ໂຄວິດ-19

ຄະນະຊ່ຽວຊານການແພດກອງທັບປະຊາຊົນຫວຽດນາມ ໄປປະຕິບັດງານຢູ່ລາວ ຄັ້ງນີ້ລວມມີ 4 ສະຫາຍ ເຊິ່ງການນໍາກົມໃຫຍ່ພະລາທິການ ໄດ້ຄັດເລືອກຈາກແພດໝໍຜູ້ທີ່ດີເດັ່ນ, ມີບົດຮຽນ, ປະສົບການຫຼາຍຢ່າງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ປະຕິບັດໜ້າທີ່ຂອງນັກຮົບເສນາຮັກ, ຊ່ວຍປະເທດເພື່ອນກູ້ຊີວິດຈາກໂລກພະຍາດໂຄວິດ-19, ບັນດາຊ່ຽວຊານການແພດຂອງກອງທັບປະຊາຊົນຫວຽດນາມ ຈະສົມທົບພ້ອມກັບກຳລັງເສນາຮັກລາວ ແລະບັນດາອົງການການແພດປະເທດເພື່ອນຕີລາຄາກ່ຽວກັບສະຖານະການ, ສະເໜີມາດຕະການ ແລະເຂົ້າຮ່ວມປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ຊ່ວຍເຫຼືອໜ່ວຍງານເສນາຮັກຂອງກອງທັບປະເທດ ເພື່ອນປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ໜູນຊ່ວຍວຽກງານບົ່ງມະຕິພະຍາດ, ວິເຄາະຫາເຊື້ອ, ປິ່ນປົວຜູ້ຕິດເຊື້ອພະຍາດ SARS-CoV-2 ແລະປະຕິບັດມາດຕະການອະນາໄມສິ່ງແວດລ້ອມ... ໂອ້ລົມກັບພວກຂ້າພະເຈົ້າ, ທ່ານພັນເອກພິເສດ, ຮສຈ.ປອ ເລວັນດົງ, ຜູ້ອຳນວຍການສະຖາບັນການແພດສຳຮອງກອງທັບ, ຫົວໜ້າໜ່ວຍຊ່ຽວຊານ ໄປຊ່ວຍປະເທດເພື່ອນມິດລາວ, ແບ່ງປັນວ່າ: “ຄັ້ງນີ້, ສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກວ່າເມື່ອທຽບໃສ່ປີ 2020. ສະນັ້ນ, ຈະຕ້ອງຮັບມືຕໍ່ຄວາມຫຍຸ້ງຍາກທີ່ສຸດ”.

leftcenterrightdel
ຂົນສົ່ງວັດຖຸ, ອຸປະກອນການແພດ ໄປໜູນຊ່ວຍກອງທັບປະຊາຊົນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ຢຸຍວັນ.

ເຖິງວ່າກຳນົດໄວ້ຄືແນວນັ້ນກໍ່ຕາມ, ແຕ່ເມື່ອພວກຂ້າພະເຈົ້າໄດ້ຕັ້ງຄຳຖາມກ່ຽວກັບຈິດໃຈຂອງຄະນະປະຕິບັດງານ, ທີ່ໄດ້ທ່ານພັນເອກພິເສດ. ຮສຈ.ປອ ເລວັນດົງ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ລ້ວນແຕ່ຮັບໜ້າທີ່ຢ່າງຮີບດ່ວນ, ແຕ່ວ່າຜູ້ໃດກໍ່ອອກເດີນທາງດ້ວຍຈິດໃຈເບີກບານມ່ວນຊື່ນ. ບັນດາສະຫາຍລ້ວນແຕ່ແມ່ນຜູ້ທີ່ມີບົດຮຽນ, ປະສົບການໃນການປິ່ນປົວ, ເຄີຍໄດ້ສຳຜັດກັບຜູ້ຕິດເຊື້ອທີ່ມີອາການເຈັບໜັກ ແລະເຂົ້າຮ່ວມຮັບໃຊ້ທຸກການເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ. ນັ້ນແມ່ນພື້ນຖານເພື່ອໃຫ້ພວກຂ້າພະເຈົ້າເຊື່ອໝັ້ນຕົນເອງເພື່ອໄປເຂົ້າຮ່ວມໂດຍໄວ, ຄຽງບ່າຄຽງໄຫຼ່ພ້ອມກັບບັນດາສະຫາຍ, ອ້າຍນ້ອງຢູ່ປະເທດເພື່ອນມິດລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19”.

ຄວາມສາມັກຄີສະໜິດຕິດພັນຍິ່ງໝັ້ນແກ່ນຕື່ມອີກ

ເມື່ອແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ອນທີ່ຈະຂຶ້ນລົດກັບຄືນເມືອພ້ອມກັບຄະນະຂົນສົ່ງວັດຖຸອຸປະກອນການແພດ, ທ່ານພົນຕີ ຄຳເພັດ ສີຊານົນ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ສະແດງຄວາມຕື້ນຕັນໃຈວ່າ: ພວກຂ້າພະເຈົ້າຂໍຝາກຄຳຂອບອົກຂອບໃຈຢ່າງຈິງໃຈເຖິງພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ເຊິ່ງຍາມໃດກໍ່ເອົາໃຈໃສ່, ຄຽງບ່າຄຽງໄຫຼ່ຊ່ວຍປະເທດເພື່ອນມິດລາວ ຜ່ານຜ່າທຸກຄວາມຫຍຸ້ງຍາກ. ອາລົມຈິດ ແລະຄວາມເອົາໃຈໃສ່, ການຊ່ວຍເຫຼືອທາງດ້ານຊັບພະຍາກອນ ແລະວັດຖຸຈະປະກອບສ່ວນຊ່ວຍໃຫ້ພວກຂ້າພະເຈົ້າຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ”.

leftcenterrightdel
ຜູ້ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ມອບວັດຖຸ, ອຸປະກອນການແພດໃຫ້ກອງທັບປະຊາຊົນລາວ. ພາບ: ຢຸຍວັນ.

ໃນຄະນະປະຕິບັດງານທີ່ອອກຈາກຮ່າໂນ້ຍ ໄປຮອດດ່ານສາກົນເກົ່າແຈວ, ທ່ານພັນຕີ ທະວີເດດ ສະແຫວງວິໄລ, ຮອງຫົວໜ້າທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ຫວຽດນາມ ໄປພ້ອມກັບພວກຂ້າພະເຈົ້າ, ແບ່ງປັນວ່າ: “ຢູ່ບ້ານຂອງຂ້າພະເຈົ້າ, ສະພາບພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງ, ຂ້າພະເຈົ້າເປັນຫ່ວງທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ເມື່ອໄດ້ມາມອບວັດຖຸ, ອຸປະກອນການແພດ, ສົ່ງຊ່ຽວຊານພ້ອມກັບຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ແລ້ວ, ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈຂຶ້ນ. ພວກຂ້າພະເຈົ້າຍາມໃດກໍ່ເຊື່ອໝັ້ນວ່າ ພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ, ລາວ ພ້ອມກັບການຮ່ວມແຮງຮວ່ມໃຈ, ຄຽງບ່າຄຽງໄຫຼ່ໄປພ້ອມກັນນັ້ນຈະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ”.

ສອງປະເທດຫວຽດນາມ, ລາວ ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ສູງສະຫງ່າ, ແຕ່ດົນນານມາແລ້ວຍາມໃດກໍ່ສະຫງວນອາລົມຈິດ, ຄວາມບໍລິສຸດຜຸດຜ່ອງໃຫ້ແກ່ກັນ, ຄຽງບ່າຄຽງໄຫຼ່ກັນໃນຕະຫຼອດວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະສ້າງສາປະເທດ. ຊຸມປີຜ່ານມາ, ກອງທັບສອງປະເທດ ໄດ້ໜູນຊ່ວຍ, ຊ່ວຍເຫຼືອກັນໃນວຽກງານກໍ່ສ້າງກຳລັງ, ປ້ອງກັນ, ຕ້ານໄພທຳມະຊາດ... ການຊ່ວຍເຫຼືອ, ແບ່ງປັນໃນຄັ້ງນີ້ຂອງກອງທັບປະຊາຊົນຫວຽດນາມ ກັບກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ແມ່ນໜຶ່ງໃນບັນດາວຽກເຮັດທີ່ແທດຈິງ, ສະແດງໃຫ້ເຫັນນ້ໍາໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ປະຊາຊົນ, ກອງທັບສອງປະເທດຫວຽດນາມ-ລາວ. ອີກຄັ້ງໜຶ່ງວຽກເຮັດດັ່ງກ່າວໄດ້ເປັນການຢັ້ງຢືນ, ຍິ່ງຢູ່ໃນໄລຍະທີ່ຫຍຸ້ງຍາກອາລົມຈິດທີ່ຮັກແພງ, ຄວາມສະໜິດຕິດພັນອັນໝັ້ນແກ່ນລະຫວ່າງຫວຽດນາມ-ລາວ ຍິ່ງໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ແສງເດືອນ