ນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນພົບປະແລກປ່ຽນວັດທະນະທຳບັນດາເຜົ່າໃຫ້ແກ່ນັກສຶກສາ
    
    
    
        
            
ກປ.ອອນໄລ -  ນີ້ແມ່ນກິດຈະກໍາປະຈໍາປີໂດຍໂຮງຮຽນກຽມມະຫາວິທະຍາໄລນະຄອນໂຮ່ຈີມິນ ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດເມືອງ 5 ຈັດຕັ້ງ ເພື່ອສະເຫຼີມສະຫຼອງວັນທີ 19 ເມສາ, ວັນວັດທະນະທໍາບັນດາເຜົ່າຫວຽດນາມ.
        
        
        
            
	ວັນທີ 18 ເມສາ, ຢູ່ໂຮງຮຽນກຽມມະຫາວິທະຍາໄລນະຄອນໂຮ່ຈີມິນ ໄດ້ຈັດຕັ້ງວັນບຸນພົບປະແລກປ່ຽນວັດທະນະທຳບັນດາເຜົ່າຫວຽດນາມ, ລາວ ແລະກຳປູເຈຍຄັ້ງທີ 9 ດ້ວຍການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງ, ອັນໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາບັນດາເຜົ່າເກືອບ 400 ຄົນ.
	
		
			
				     | 
		
		
			
				  | 
		
		
			| 
				ພາບປະກອບຄັດຈາກ: mku.edu.vn | 
		
	
	ໃນວັນບຸນມີບັນດາຄ້າຍນ້ອຍ ແລະຮ້ານຄ້າຕາງໜ້າໃຫ້ບັນດາເຜົ່າ, ຄື: ຈຳ, ກິງ, ຮວາ, ຂະແມ, ລາວ ແລະກຳປູເຈຍ. ແຕ່ລະຄ້າຍໄດ້ປະດັບປະດາດ້ວຍສັນຍາລັກພິເສດສະເພາະຂອງບັນດາເຜົ່າ. ຜ່ານວັນບຸນ, ໂຮງຮຽນປາດຖະໜາຢາກສ້າງກາລະໂອກາດໃຫ້ນັກສຶກສາບັນດາເຜົ່າພົບປະແລກປ່ຽນ, ຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃຫ້ຫຼາຍກວ່າອີກໃນວິວັດການຮໍ່າຮຽນ ແລະດໍາລົງຊີວິດຢູ່ນະຄອນໂຮ່ຈີມິນ.
	ອາດາມ, ນັກສຶກສາເຜົ່າຈຳ ມາຈາກແຂວງອານຢາງ ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ, ນັບແຕ່ກ່ອນມາຮອດປັດຈຸບັນ, ຂ້າພະເຈົ້າບໍ່ເຄີຍໄດ້ພົບປະແລກປ່ຽນກັບໝູ່ເພື່ອນຈາກຫຼາຍຊົນເຜົ່າຄືແນວນີ້, ພິເສດແມ່ນມີທັງນັກສຶກສາລາວ ແລະກຳປູເຈຍ. ວັນບຸນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບສີສັນວັດທະນະທຳຂອງບັນດາເຜົ່າ. ມາເຂົ້າຮ່ວມວັນບຸນນີ້ພວກນ້ອງໄດ້ນໍາສີສັນເອກະລັກສະເພາະຂອງຊົນເຜົ່າຕົນມາແນະນໍາໃຫ້ທຸກຄົນ”.
	ໂດຍ: ກວຽດເຕິມ