ເຂົ້າຮ່ວມພິທີມີທ່ານ ວຽງໄຊ ດາລາແສງ, ທີ່ປຶກສາທູດ, ອັກຄະລັດຖະທູດ ລາວ ປະຈໍາ ສສ ຫວຽດນາມ; ຜູ້ຕາງໜ້າການນໍາສະມາຄົມນັກຮົບເກົ່າແຂວງນິງບິ່ງ ພ້ອມດ້ວຍນັກຮົບເກົ່າຂອງພົນລະພາກຫຼວງ 678 ທີ່ກໍາລັງດໍາລົງຊີວິດຢູ່ບັນດາ ແຂວງຮ່ານາມ, ນາມດິ້ງ, ນິງບິ່ງ ແລະບາງແຂວງໃກ້ຄຽງຈໍານວນ 400 ກວ່າສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ນັກຮົບເກົ່າ ເລເດື່ອງ, ຫົວໜ້າຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ກ່າວຄໍາເຫັນທີ່ພິທີພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີສະເຫຼີມສະຫຼອງ, ບັນດານັກຮົບເກົ່າໄດ້ຫວນຄືນມູນເຊື້ອອັນສະຫງ່າລ່າສີ ແລະຄວາມເອກອ້າງທະນົງໃຈຂອງພົນລະພາກຫຼວງ 678 ເມື່ອໄດ້ປະຕິບັດພັນທະສາກົນຢູ່ລາວ, ພິເສດແມ່ນການໄດ້ເຂົ້າເປັນທະຫານໃນປີ 1980. ໂດຍສືບ ຕໍ່ຮຸ່ນພໍ່ຮຸ່ນອ້າຍຕາມເສັ້ນທາງທ້ອນໂຮມປະເທດຊາດເປັນເອກະພາບ, ນັກຮົບພົນລະພາກຫຼວງ 678 ຮຸ່ນຕ່າງໆໄດ້ຮັບມອບໝາຍໜ້າທີ່ປະຕິບັດພັນທະສາກົນຢູ່ລາວ. ໃນຕະຫຼອດ 5 ປີຢູ່ປະເທດເພື່ອນມິດລາວ, ພົນລະພາກຫຼວງ 678 ຍາມໃດກໍປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃນທຸກຂົງເຂດໄດ້ເປັນຢ່າງດີ, ສະແດງໃຫ້ເຫັນຢ່າງຖືກຕ້ອງກັບຄຸນນະທາດ “ທະຫານລຸງໂຮ່”; ມີຫຼາຍສະຫາຍໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໃນການຕໍ່ສູ້ເພື່ອປົກປັກຮັກສາຜືນແຜ່ນດິນອັນສັກກາລະບູຊາຂອງປະເທດເພື່ອນມິດລາວ.

leftcenterrightdel
ທ່ານ ວຽງໄຊ ດາລາແສງ, ທີ່ປຶກສາທູດ, ອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ພິທີພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ວຽງໄຊ ດາລາແສງ, ທີ່ປຶກສາທູດ, ອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ແຂວງນິງບິ່ງ ໄດ້ຈັດສົ່ງລູກຜູ້ປະເສີດນັບຫຼາຍພັນຄົນໄປປະຕິບັດໜ້າທີ່ສາກົນອັນສູງສົ່ງ, ຊ່ວຍເຫຼືອການ ປະຕິວັດລາວ. ປະເທດລາວ ໄດ້ຮັບການປົດປ່ອຍຄືໃນປັດຈຸບັນແມ່ນຍ້ອນມີການຊ່ວຍເຫຼືອອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ເວົ້າລວມ ແລະປະຊາຊົນແຂວງນິງບິ່ງ ເວົ້າສະເພາະ. ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາການພົວພັນ ລາວ - ຫວຽດນາມ ເຊິ່ງຮຸ່ນພໍ່ຮຸ່ນອ້າຍໄດ້ເພີ່ມພູນຄູນສ້າງ ແລະພັດທະນາມາ.

leftcenterrightdel
ສະມາຄົມນັກຮົບເກົ່າແຂວງນິງບິ່ງ ມອບໃບຍ້ອງຍໍໃຫ້ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານສະມາຄົມ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ສະມາຄົມນັກຮົບເກົ່າແຂວງນິງບິ່ງ ໄດ້ມອບໃບຍ້ອງຍໍໃຫ້ໝູ່ຄະນະ ແລະບຸກຄົນຈໍານວນໜຶ່ງໃນຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວຂອງພົນລະພາກຫຼວງ 678 ຮ່ານາມນິງ.

ໂດຍ: ໄຊຊະນະ