leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ລົງຢ້ຽມຢາມ ແລະກວດກາກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອລາຍງານຕໍ່ບັນດາການນໍາຂອງລາວກ່ຽວກັບຄວາມຄືບໜ້າຂອງໂຄງການ, ທ່ານພົນຈັດຕະວາ ຫງວຽນກວກຢູງ, ຜູ້ບັນຊາການພົນລະພາກຫຼວງ 11 ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເຖິງວ່າພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງຄວາມຄືບໜ້າໃນການກໍ່ສ້າງໂຄງການກໍ່ຕາມ, ແຕ່ດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ ແລະຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ມາຮອດປັດຈຸບັນ, ພາຍຫຼັງການກໍ່ສ້າງມາເປັນເວລາ 2 ປີ, ໂຄງສ້າງໄດ້ສໍາເລັດໂດຍພື້ນຖານ  100%, ປັດຈຸບັນ, ກົມກອງພວມຜັນຂະຫຍາຍບັນດາວຽກງານສຸດທ້າຍເພື່ອໃຫ້ກິດຈະກຳສຳເລັດບໍລິບູນ.

leftcenterrightdel
ຫໍສະພາແຫ່ງຊາດລາວຫຼັງໃໝ່ ແມ່ນສັນຍາລັກໃຫ້ແກ່ສາຍພົວພັນລະຫວ່າງລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນພາຍຫຼັງໄປຢ້ຽມຢາມ ແລະກວດກາໂຄງການ, ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບຂອງບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ພາຍຫຼັງການກໍ່ສາງເປັນເວລາກວ່າ 700 ມື້, ກິດຈະກໍາທີ່ເປັນສັນຍາລັກໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ ບໍ່ພຽງແຕ່ບັນລຸຄວາມຄືບໜ້າເທົ່ານັ້ນ, ຫາກຍັງມີຄຸນນະພາບທີ່ດີ, ຮັບປະກັນຄວາມແໜ້ນໜາ. ທ່ານ ທອງລຸນ ສີສຸລິດ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຄືບໜ້າ ແລະຄຸນນະພາບກໍ່ສ້າງຄືປັດຈຸບັນ, ໃນໄລຍະມໍ່ໆມານີ້, ປະຊາຊົນລາວຈະມີຫໍສະພາແຫ່ງຊາດຫຼັງໃໝ່ທີ່ງາມຕາ, ທັນສະໄໝ, ເຕັມໄປດ້ວຍສີສັນວັດທະນະທໍາຂອງລາວ, ສົມເປັນສັນຍາລັກໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຂອງສອງປະເທດ.

ໂດຍ: ທູຈາງ