ໃນປີ 2021, ຫວຽດນາມ ຍັງຮັກສາໄດ້ທີ່ຕັ້ງນີ້. ຕາມຂໍ້ມູນຂອງອົງການສະຖິຕິ ຮຸງກາລີ, ວົງເງິນການຄ້າສົ່ງອອກຂອງຫວຽດນາມ ໄປຍັງຮຸງກາລີ ປີ 2020 ບັນລຸ 1,008 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 86,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ສະເພາະ 10 ເດືອນຕົ້ນປີ 2021, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ມູນຄ່າສົ່ງອອກຂອງຫວຽດນາມ ໄປຍັງຮຸງກາລີ ບັນລຸ 842,7 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 5%.

leftcenterrightdel
ພາບປະກອບຈາກ: congluan.vn

ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງ ຮຸງກາລີ ແມ່ນເຄື່ອງອາໄຫຼ່ເອເລັກໂຕນິກ, ກວມວົງເງິນສົ່ງອອກສູງສຸດ, ພ້ອມທັງແມ່ນປັດໄຈຫຼັກຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງຮຸງກາລີ ໃນຊຸມປີຜ່ານມາ. ສະນັ້ນ, ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ແມ່ນປະເທດທໍາອິດ ທີ່ມີວົງເງິນການຄ້າສົ່ງອອກໄປຍັງ ຮຸງກາລີ ບັນລຸ 1 ຕື້ໂດລາສະຫະລັດ, ແລະນໍາໜ້ານັບແຕ່ປີ 2020 ມາຮອດປະຈຸບັນ.

ໂດຍ: ເກື່ອງດັ້ງ