ກອງປະຊຸມພົບປະຜູ້ມີສິດເລືອກຕັ້ງໄດ້ຈັດຕັ້ງຜ່ານລະບົບທາງໄກ, ເຊື່ອມຈອດກັບບັນດາເມືອງ, ເທບສະບານ, , ນະຄອນ, ຕາແສງຂອງແຂວງທ໊າຍງວຽນ, ດ້ວຍຜູ້ມີສິດເລືອກຕັ້ງກວ່າ 1.700 ຄົນເຂົ້າຮ່ວມ. ທີ່ກອງປະຊຸມ, ທ່ານ ຫງວຽນເລີມແທ່ັງ ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ຕາງໜ້າຄະນະສະມາຊິກສະພາແຫ່ງຊາດຊຸດທີ XV ແຂວງທ໊າຍງຽວນ ລາຍງານຜົນກອງປະຊຸມສະໄໝສາມັນເທື່ອທີສອງ, ສະພາແຫ່ງຊາດຊຸດທີ XV.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມພົບປະຜູ້ມີສິດເລືອກຕັ້ງ. ພາບ: ພາບ: qdnd.vn

ຜູ້ມີສິດເລືອກຕັ້ງປາດຖະໜາວ່າ ສະພາແຫ່ງຊາດ, ລັດຖະບານສືບຕໍ່ເອົາໃຈໃສ່, ມີນະໂຍບາຍໜູນຊ່ວຍຢ່າງແທດຈິງ, ມີປະສິດທິຜົນເພື່ອໃຫ້ປະຊາຊົນ, ຜູ້ອອກແຮງງານ ແລະວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ດໍາລົງຊີວິດເປັນປົກກະຕິ, ຟື້ນຟູການຜະລິດ, ດໍາເນີນທຸລະກິດ. ຜູ້ມີສິດເລືອກຕັ້ງກໍ່ປາດຖະໜາວ່າຄະນະສະມາຊິກສະພາແຫ່ງຊາດສະເໜີລັດຖະບານພິຈາລະນາ, ດັດປັບບາງລະບົບ, ນະໂຍບາຍຕໍ່ພະນັກງານ, ລັດຖະກອນ; ແກ້ໄຂຄວາມຫຍຸ້ງຍາກ...; ສືບຕໍ່ເອົາໃຈໃສ່, ມີຫຼາຍນະໂຍບາຍຕໍ່ປະຊາຊົນເຂດພູດອຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຖືວ່າຜູ້ມີສິດເລືອກຕັ້ງ, ໂດຍສະເພາະແມ່ນຢູ່ບັນດາຕາແສງໄດ້ມີຫຼາຍຄໍາຄິດເຫັນທີ່ມີຄຸນນະພາບ, ໃກ້ສິດຕິດແທດກັບສະພາບຕົວຈິງ; ພ້ອມທັງໃຫ້ເຫັນຄວາມເຫັນດີເຫັນພ້ອມສູງຂອງຜູ້ມີສິດເລືອກຕັ້ງກັບຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນ. ທ່ານລັດຖະມົນຕີ ກໍ່ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບສະພາບການເສດຖະກິດ-ສັງຄົມຂອງປະເທດໃນຊຸມເດືອນຜ່ານມາ; ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງທົ່ວປະເທດເວົ້າລວມ, ຂອງກອງທັບເວົ້າສະເພາະ.

leftcenterrightdel
ທ່ານນາງ ຫງວຽນແທັງຫາຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນແທັງຫາຍ ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງທ໊າຍງວຽນ ແຈ້ງຂໍ້ມູນກ່ຽວກັບການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດແຂວງທ໊າຍງວຽນ ຢູ່ກອງປະຊຸມສະໄໝສາມັນເທື່ອທີສອງ, ສະພາແຫ່ງຊາດຊຸດທີ XV; ຢັ້ງຢືນວ່າຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍຈິດໃຈຮັບຜິດຊອບສູງສຸດ. ທ່ານນາງເລຂາພັກແຂວງທ໊າຍງວຽນ ກໍ່ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບບາງໝາກຜົນພົ້ນເດັ່ນຂອງແຂວງໃນໄລຍະຜ່ານມາ, ໂດຍສະເພາະແມ່ນສະພາບເສດຖະກິດ-ສັງຄົມ, ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ສຳລັບຄໍາຄິດເຫັນຂອງຜູ້ມີສິດເລືອກຕັ້ງຢູ່ກອງປະຊຸມ, ທ່ານຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງທ໊າຍງວຽນ ຢັ້ງຢືນວ່າຈະຮັບເອົາຢ່າງຄົບຖ້ວນ, ເພື່ອຊີ້ນໍາບັນດາອົງການ, ຄະນະ, ຂະແໜງການຂອງແຂວງແກ້ໄຂບັນດາເນື້ອໃນວຽກງານຂຶ້ນກັບອຳນາດຂອງແຂວງຕົນ; ລາຍງານ, ສະເໜີຊັ້ນເທິງໂດຍໄວເພື່ອພິຈາລະນາ, ແກ້ໄຂເນື້ອໃນຂຶ້ນກັບອຳນາດຂອງຊັ້ນເທິງ.

ໂດຍ: ເກື່ອງດັ້ງ